ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດການຈັດຕັ້ງ ຕາແສງຫ້ວຍເຈາະ

ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດການຈັດຕັ້ງ ຕາແສງຫ້ວຍເຈາະ

ວັນທີ 1 ຕຸລາ 2026 ຜ່ານມານີ້ ເມືອງວຽງຄໍາ ແຂວງຫຼວງພະບາງ ໄດ້ຈັດພິທີປະກາດການຈັດຕັ້ງຕາແສງຫ້ວຍເຈາະ ຂື້ນຢ່າງເປັນທາງການ, ເຊິ່ງການປະກາດຈັດຕັ້ງຕາແສງຫ້ວຍເຈາະໃນຄັ້ງນີ້ ແມ່ນໄດ້ຈັດຂື້ນຢູ່ທີ່ເດີ່ນໂຮງຮຽນ ມສ ສາມສຸມ ໂດຍໃຫ້ກຽດເປັນປະທານຂອງທ່ານ ວັນໂຈຍ ວາຊົວລີ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວຫນ້າຄະນະຈັດຕັ້ງເມືອງ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາຊົນແຂວງປະຈຳເມືອງ, ຫົວຫນ້າ-ຮອງຫົວຫນ້າຫ້ອງການ, ແຂກຖືກເຊີນ, ພໍ່-ແມ່ປະຊາຊົນ, ນ້ອງນ້ອຍນັກຮຽນ ແລະ ຄະນະບ້ານ 15 ບ້ານທີ່ຂື້ນກັບຕາແສງຫ້ວຍເຈາະ ເຂົ້າຮ່ວມ.

ໃນພິທີ ໄດ້ໃຫ້ຮູ້ວ່າ ຕາແສງຫ້ວຍເຈາະ ແມ່ນປະກອມມີ: 15 ບ້ານຄື: ບ້ານ ຫ້ວຍເຈາະ; ບ້ານ ພູຄ້ອງ; ບ້ານ ສາມສຸມ; ບ້ານ ຜາແດງ; ບ້ານ ອົມບິຼງ; ບ້ານ ນານ້ອຍ; ບ້ານ ນໍ້າລາວ; ບ້ານ ຫ້ວຍມອນ; ບ້ານ ພູກາງ; ບ້ານ ຫ້ວຍທອງ; ບ້ານ ວຽງໄຊ; ບ້ານ ສາມຕົ້ນ, ບ້ານ ພູແກ້ວ, ບ້ານ ນາກາງ ແລະ ບ້ານ ຫ້ວຍກູ້; ມີເນື້ອທີ່ທັງຫມົດ 41,979 ເຮັກຕາ ມີພົນລະເມືອງທັງຫມົດ 6,477 ຄົນ; ຍິງ 3,069 ຄົນ;

ໂອກາດດຽວກັນນັ້ນ ທ່ານ ເຊັ່ງ ຊົ່ງ ກຳມະການພັກເມືອງ, ຫົວຫນ້າຫ້ອງວ່າການເມືອງ ກໍ່ໄດ້ຂື້ນຜ່ານມະຕິຕົກລົງ ຂອງຄະນະປະຈຳພັກແຂວງ ວ່າດ້ວຍການອະນຸມັດ ສ້າງຕັ້ງອົງຄະນະພັກຮາກຖານ ຕາແສງ ຫ້ວຍເຈາະ ແລະ ຂໍ້ຕົກລົງ ຂອງປະທານຄະນະກຳມະການປົກຄອງແຂວງ ວ່າດ້ວຍການສ້າງຕັ້ງຕາແສງ ຫ້ວຍເຈາະ.

ເຊິ່ງໄດ້ແຕ່ງຕັ້ງ ສະຫາຍ ບົວແພງ ຈັນທະລັງສີ ເປັນເລຂາ ຄະນະບໍລິຫານງານພັກຮາກຖານຕາແສງ, ສະ ຫາຍ ວືວາ ຈົງຢີ ເປັນຮອງເລຂາ ຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ພັທ ສາຍຄໍາ ລໍບຸນຕີ ເປັນກຳ ມະການ ຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ພັຕ ຄໍາໄລ ວິໄລວົງ ເປັນກຳມະການ ຄະນະບໍລິຫານງານພັກຮາກຖານຕາແສງ, ສະຫາຍ ດວງຈັນ ຕໍ່ ເປັນກຳມະການ ຄະນະບໍລິຫານງານພັກຮາກຖານຕາແສງ.

ແຕ່ງຕັ້ງ ທ່ານ ບົວແພງ ຈັນທະລັງສີ ກຳມະການພັກເມືອງ, ເລຂາຄະນະບໍລິຫານງານຊາວໜຸ່ມເມືອງ, ເປັນປະທານ ຄະນະກຳມະການປົງຄອງຕາແສງ ຫ້ວຍເຈາະ ເມືອງວຽງຄຳ ແຂວງຫຼວງພະບາງ ແລະ ແຕ່ງຕັ້ງ ທ່ານ ວືວ່າ ຈົງຢີ ອຳນວຍການໂຮງຮຽນສາມສຸມ ເປັນຮອງປະທານ ຄະນະກຳມະການປົງຄອງຕາແສງ ຫ້ວຍເຈາະ.

ໃນຕອນທ້າຍພິທີ ປະທານໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງຕາແສງ ຫ້ວຍເຈາະ ຈົ່ງເອົາໃຈໃສ່ຜັນຂະ ຫຍາຍນິຕິກຳ, ເພີ່ມທະວີຄວາມຮັບຜິດຊອບໃນການບໍລິຫານລັດ-ບໍລິຫານເອກະສານ ເພື່ອເຮັດໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດໄດ້ຢ່າງສະດວກ, ວ່ອງໄວ ແລະ ໂປ່ງໃສ ແລະ ພ້ອມທັງສືບຕໍ່ນໍາເອົາເນື້ອໃນ ການເຄື່ອນ ໄຫວ ພາລະບົດບາດ, ສິດ ແລະ ໜ້າທີ ຂອງຄະນະກໍາມະການປົກຄອງຕາແສງ ແລະ ຄວາມໝາຍຄວາມສຳຄັນຄັ້ງນີ້, ໄປຜັດຂະຫຍາຍຈັດຕັ້ງປະຕິບັດ ລົງສູ່ຮາກຖານ ແຕ່ລະບ້ານ ໃຫ້ຕິດພັນກັບການສ້າງສາພັດທະນາ ແລະ ຊີວີດການເປັນຢູ່ຂອງປະຊາຊົນຢູ່ຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ທົ່ວເຖີງກັນ.

ພາບ-ຂ່າວ: ທ. ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa