ໜ່ວຍພັກກຸ່ມພັກ-ພະນັກງານເມືອງໂພນທອງເປີດກອງປະຊຸມສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ
(ຂັ້ນເມືອງຄຸ້ມຄອງ)

ວັນທີ 8 ກັນຍາ 2026 ນີ້ໜ່ວຍພັກກຸ່ມພັກ-ພະນັກງານເມືອງໂພນທອງ ເປີດກອງປະຊຸມສ້າງແຜນກຳນົດພະນັກງານນຳພາຄຸ້ມຄອງ (ຂັ້ນເມືອງຄຸ້ມຄອງ) ໃຫ້ກຽດເຂົ້າຮ່ວມເປັນປະທານ ຂອງ ສະຫາຍ ທອງດີ ດວງພະຈັນຮອງເລຂາພັກເມືອງ, ຫົວໜ້າຄະນະຈັດຕັ້ງເມືອງ, ມີຄະນະຮັບຜິດຊອບຂັ້ນເມືອງ, ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍເຂົ້າຮ່ວມ.

ສະຫາຍ ນາງ ເພັດສະໝອນ ທຳມະຈັນ, ກຳມະການພັກເມືອງ, ເລຂາໜ່ວຍພັກ ໄດ້ກ່າວເປີດກອງປະຊຸມຢ່າງເປັນທາງການ, ຈາກນັ້ນ, ສະຫາຍ ນາງຈັນເພັງ ແສງມະນີ ຮອງເລຂາໜ່ວຍພັກໄດ້ຜ່ານບົດສະຫຼຸບ ຕີລາ ຄາການຈັດຕັ້ງປະຕິບັດແຜນກຳນົດພະນັກງານນຳພາ-ຄຸ້ມຄອງ ຂອງໜ່ວຍພັກ-ກຸ່ມພັກພະນັກງານ ແຕ່ປີ 2021-2025 ແລະ ທິດທາງແຜນການ 2026-2030 ວ່າ: ໜ່ວຍພັກກຸ່ມພັກ-ພະນັກງານ ເປັນໜ່ວຍພັກທີ່ຂື້ນກັບການຊີ້ນຳໂດຍກົງ ຂອງຄະນະປະຈຳພັກເມືອງ ເຊິ່ງມີ 2 ຫ້ອງການຂຶ້ນກັບຄື: ຄະນະຈັດຕັ້ງເມືອງ ແລະ ຄະນະໂຄສະນາອົບ ຮົມເມືອງ ເຊິ່ງມີພາລະບົດບາດໃນການກໍ່່ສ້າງ ແລະ ຂະຫຍາຍພັກ ການຈັດຕັ້ງປະຕິບັດກົດລະບຽບພັກ, ກົດໝາຍຂອງລັດ, ໃຫ້ມີຄວາມເຂັ້ມແຂງ, ຮູ້ເຄື່ອນໄຫວຕາມພາລະບົດບາດ-ໜ້າທີ່ຂອງພັກ ແລະ ຮັກສາມູນເຊື້ອໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ມີສະມາຊິກພັກ 12 ສະຫາຍ, ຍິງ 6 ສະຫາຍ, ມີພະນັກງານລັດຖະກອນທັງໝົດ 13 ທ່ານ, ຍິງ 6 ທ່ານ;

ການປະເມີນແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຄັ້ງນີ້ ໂດຍໄດ້ຖືເອົາການປະເມີນຜົນການປະຕິບັດໜ້າທີ່ວຽກງານຂອງພະນັກງານ-ລັດຖະກອນຂອງຄະນະຈັດຕັ້ງເມືອງ ແລະ ຄະນະໂຄສະນາອົບຮົມເມືອງ, ຜ່ານການຈັດຕັ້ງປະຕິບັດຕົວຈິງ, ໜ່ວຍພັກກຸ່ມພັກ-ພະນັກງານ ມາຮອດກອງປະຊຸມໃຫຍ່ສະມາຊິກພັກຄັ້ງທີ III ຂອງໜ່ວຍພັກ ສາມາດຈັດຕັ້ງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ (ຂັ້ນເມືອງຄຸ້ມຄອງ) ປະຕິບັດໄດ້ 100%, ໂອກາດນີ້ສະຫາຍ ອຳຄາ ແກ້ວອຳພອນ ປະທານກວດກາພັກ-ລັດເມືອງ ກໍ່ໄດ້ໃຫ້ກຽດຂຶ້ນເຊື່ອມຊຶມ ມະຕິ ເລກທີ 030/ກມສພ, ຂອງກົມການເມືອງສູນກາງພັກ; ເຊື່ອມຊຶມມະຕິ ເລກທີ 032 ຂອງກົມການເມືອງສູນກາງພັກ ແລະ ຄໍາແນະນໍາ ເລກທີ 292 ຂອງຄະນະຈັດຕັ້ງສູນກາງພັກ. ຕອນທ້າຍ ສະຫາຍ ທອງດີ ດວງພະຈັນ ຮອງເລ ຂາພັກເມືອງ ຊີ້ນໍາ ແລະ ເນັ້ນໜັກໃຫ້ຄະນະພັກແຕ່ລະຂັ້ນ ຕ້ອງເພີ່ມທະວີການຈັດຕັ້ງເຊື່ອມຊຶມ, ກຳແໜ້ນມະຕິ ແລະ ຄໍາແນະນໍາຂອງຂັ້ນເທິງໃຫ້ ເລິກເຊິ່ງ, ພ້ອມທັງດໍາເນີນການສ້າງແຜນກຳນົດພະນັກງານຕາມຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ສໍາເລັດ ມີປະສິດທິຜົນສູງ ແລະ ແຜນກຳນົດພະນັກງານຕາມແຕ່ລະຕຳແໜ່ງງານ ແຕ່ນີ້ຮອດປີ 2030, ບົນພື້ນຖານການຕິດຕາມ, ກວດກາ ແລະ ປະເມີນຜົນຢ່າງເປັນປົກກະຕິ ເພື່ອປັບປຸງກົງຈັກການ ຈັດຕັ້ງ, ໂຄງປະກອບບຸກຄະລາກອນໃຫ້ມີຄຸນນະພາບ, ສາມາດຕອບສະໜອງກັບໜ້າທີ່ການເມືອງຂອງພັກ-ລັດ ໃນໄລຍະໃໝ່ຢ່າງຮອບດ້ານ.

ພາບ-ຂ່າວ: ທ.ສົມເພັດ ໄຊມີກອນ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ