ກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ)

ໃນຕອນບ່າຍຂອງວັນທີ 6 ຕຸລາ 2026 ຜູ້ຮັບຜິດຊອບວຽກງານເວບໄຊສ໌ ຂອງຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຈຳນວນ 7 ທ່ານ, ຍິງ 2 ທ່ານ, ໄດ້ເຂົ້າຮ່ວມກອງປະຊຸມສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ຂອງຄະນະໂຄສະນາອົບຮົມແຂວງໃນທົ່ວປະເທດ ປະຈໍາໄຕມາດ III ແລະ ທິດທາງປະຈໍາໄຕມາດ IV ປີ 2026. ຢູ່ຫ້ອງປະຊຸມຄະນະໂຄສະນາອົບຮົມແຂວງ (ກອງປະຊຸມທາງໄກ) ໂດຍການເປັນປະທານ ທ່ານ ນາງ ອິດໄຊທອງ ສົມມະນີ ຫົວໜ້າພະແນກເຕັກໂນໂລຊີຂໍ້ມູນຂ່າວສານ; ມີຫົວໜ້າ-ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ຊີ້ນຳ ແລະ ຄະນະຮັບຜິດຊອບແອັດມິນວຽກງານເວັບໄຊ ຂອງບັນດາແຂວງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.


ກອງປະຊຸມໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຼນິກ (ເວັບໄຊ) ປະຈໍາໄຕມາດ III 2026 ໃນທົ່ວປະເທດ, ເຊິ່ງແຕ່ລະແຂວງໄດ້ຍົກໃຫ້ເຫັນດ້ານດີ-ຜົນງານ, ດ້ານອ່ອນ-ຂໍ້ຄົງຄ້າງ, ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ໃນການຈັດຕັ້ງເຄື່ອນໄຫວວຽກງານ ປະຈໍາໄຕມາດ III 2026 ຜ່ານມາ, ພ້ອມທັງມີຂໍ້ສະເໜີ ແລະ ຄຳຄິດ, ຄຳເຫັນແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ເປັນຕົ້ນ: ການສະໜອງອຸປະກອນທີ່ຈຳເປັນໃຫ້ແກ່ການໂຄສະນາຜ່ານສື່ເອເລັກໂຕຼນິກ ແລະ ການຖອດຖອນບົດຮຽນວຽກງານຂໍ້ມູນຂ່າວສານ ຢູ່ພາຍໃນ ແລະ ຕ່າງປະເທດ.

ສຳລັບຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ເອົາໃຈໃສ່ຕິດຕາມເກັບກຳຂໍ້ມູນຂ່າວສານ ທີ່ພົ້ນເດັ່ນ, ຮູບພາບການ ເຄື່ອນໄຫວຕ່າງໆ ຂອງຄະນະປະຈຳພັກແຂວງ ແລະ ຄະນະໂຄສະນາອົບຮົມແຂວງ, ເພື່ອຂຽນຂ່າວ-ບົດຄວາມ ລົງເຜີຍແຜ່ທາງເວບໄຊສ໌, ເຟດສ໌ບຸກ ແລະ ອອກລາຍການວິທະຍຸກະຈາຍສຽງ ປະຈຳອາທິດ ໃນລາຍການ (ຮູ້ແນວທາງ ປະຕິບັດໃຫ້ເປັນຈິງ) ທຸກໆວັນພຸດ ເວລາ 10:00-10:30 ນາທີ. ໄດ້ທັງໝົດ 114 ຂ່າວ, ທຸກໆເດືອນມີຍອດວີວເພີ່ມຂື້ນ, ຮອດປັດຈຸບັນມີຜູ້ເຂົ້າອ່ານ ເຂົ້າຊົມທັງໝົດ 37,531 ເທື່ອຄົນ, ເປັນຕົ້ນແມ່ນ ຂ່າວການເຄື່ອນໄຫວ ຂອງຄະ ນະປະຈຳພັກແຂວງ, ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ-ນະຄອນ ແລະ ສາລະໜ້າຮູ້ຕ່າງໆ ພາຍໃນແຂວງຫຼວງພະບາງ, ເດັ່ນກວ່າໝູ່ແມ່ນ ຂ່າວບັນດາກິດຈະກຳບຸນເດືອນເກົ້າ ຫໍ່ເຂົ້າປະດັບດິນ (ງານຊ່ວງເຮືອປະເພນີ) ປະ ຈຳປີ ຄສ 2026, ຂ່າວພິທີປະກາດສ້າງຕັ້ງຕາແສງ ຢູ່ແຕ່ລະເມືອງ-ນະຄອນ ແລະ ຂ່າວເປີດສົກຮຽນໃໝ່ ສົກປີ 2026-2027 ທົ່ວແຂວງຫຼວງພະບາງ ແລະ ຂ່າວສຳຄັນອື່ນໆ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ