ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ປະຈຳໄຕມາດ 3 ແລະ ທິດທາງແຜນການໄຕມາດ 3 ປີ 2026

ໃນວັນທີ 11 ພະຈິກ 2026 ທີ່ຫ້ອງວ່າການແຂວງຫຼວງພະບາງ ໄດ້ຈັດກອງປະຊຸມສ່ອງແສງ ຕີລາຄາຜົນການຈັດຕັ້ງປະຕິບັດ ວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳໄຕມາດ 3 ພ້ອມທັງວາງທິດທາງແຜນການ 3 ເດືອນທ້າຍປີ 2026, ພາຍໃຕ້ການເປັນປະທານຂອງທ່ານ ບຸນເລື່ອມ ມະນີວົງ, ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ, ມີຄະນະຊີ້ນຳ, ກອງເລຂາ ແລະ ຜູ້ຕາງໜ້າຈາກພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ກອງປະຊຸມ ທ່ານ ຄີນຄຳ ເລັ່ງສະຫວັດ ຫົວໜ້າຫ້ອງວ່າການແຂວງ ໄດ້ລາຍງານ ການຈັດຕັ້ງປະຕິບັດວຽກງານກໍ່ສ້າງຮາກຖານການເມືອງ ພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ປະຈຳໄຕມາດ 3 ໃຫ້ຮູ້ວ່າ: ວຽກງານກໍ່ສ້າງຮາກຖານການເມືອງ ໄດ້ສຸມໃສ່ການຜັນຂະຫຍາຍມະຕິ, ສ້າງແຜນດຳເນີນງານ 5 ປີ (2026-2030), ກະກຽມການລົງກໍ່ສ້າງຮາກຖານການເມືອງ ຢູ່ກຸ່ມຫ້ວຍໂອດ ເມືອງປາກອູ ແລະ ຈັດຕັ້ງການສະຫຼຸບຖອດຖອນບົດຮຽນ ເພື່ອຍົກສູງປະສິດທິຜົນວຽກງານຢູ່ຮາກຖານ.ວຽກງານພັດທະນາຊົນນະບົດ-ແກ້ໄຂຄວາມທຸກຍາກ ໄດ້ສຸມໃສ່ການປະເມີນ, ຮັບຮອງມາດຕະຖານພົ້ນທຸກ-ພັດທະນາ, ວາງແຜນພັດທະນາບ້ານ ແລະ ຈຸດສຸມໄລຍະ 2026-2030, ພ້ອມທັງຊຸກຍູ້ໂຄງການສ້າງອາຊີບ ພັດທະນາການຜະລິດຢູ່ທ້ອງຖິ່ນ. ໃນນັ້ນ, ໂຄງການກໍ່ສ້າງເສັ້ນທາງໄປເຂດຜະລິດ 2 ເສັ້ນ ມີຄວາມຄືບໜ້າ 95%, ໂຄງການກໍ່ສ້າງຕະຫຼາດຈຳໜ່າຍຜະລິດຕະພັນກະສິກຳ ສຳເລັດ 45% ຢູ່ເມືອງປາກອູ. ພ້ອມນີ້ ຍັງໄດ້ກະກຽມການຈ່າຍເງິນອຸດໜູນແບບມີເງື່ອນໄຂໃຫ້ແກ່ແມ່ຍິງຖືພາ ແລະ ເດັກນ້ອຍອາຍຸລຸ່ມ 2 ປີ ໃນ 5 ເມືອງເປົ້າໝາຍ. ວຽກງານ 3 ສ້າງ ໄດ້ມີການກຳນົດພະນັກງານນຳພາ-ຄຸ້ມຄອງຂັ້ນແຂວງ 16 ພະແນກການ ແລະ ຂັ້ນເມືອງ 3 ເມືອງ, ປັບປຸງພາລະບົດບາດ ແລະ ຕຳແໜ່ງງານຂອງຫຼາຍພາກສ່ວນ, ພ້ອມທັງປະກາດສ້າງຕັ້ງຕາແສງ 52 ຕາແສງທົ່ວແຂວງ ໂດຍມີພະນັກງານປະຈຳຢູ່ຕາແສງທັງໝົດ 557 ຄົນ, ຍິງ 84 ຄົນ. ພ້ອມກັນນີ້, ກອງປະຊຸມຍັງໄດ້ຕີລາຄາດ້ານອ່ອນ ແລະ ຂໍ້ຄົງຄ້າງ ເປັນຕົ້ນ ການລາຍງານຜົນງານຂອງບາງພາກສ່ວນຍັງຊັກຊ້າ, ການລົງຕິດຕາມຮາກຖານຍັງບໍ່ທັນທົ່ວເຖິງ, ພະນັກງານຮັບຜິດຊອບບາງທ້ອງຖິ່ນຍັງບໍ່ພຽງພໍ ແລະ ການກຳນົດຂອບເຂດຄວາມຮັບຜິດຊອບຕາມທິດ 3 ສ້າງ ຍັງບໍ່ທັນຈະແຈ້ງເທົ່າທີ່ຄວນ; ທິດທາງ 3 ເດືອນທ້າຍປີ 2026 ຈະສຸມໃສ່ການຍົກສູງຄວາມຮັບຜິດຊອບຂອງຄະນະພັກ ແລະ ພາກສ່ວນກ່ຽວຂ້ອງ, ເພີ່ມທະວີການລົງຮາກຖານ ຕິດຕາມຊຸກຍູ້ວຽກງານຈຸດສຸມ, ເລັ່ງປະເມີນມາດຕະຖານພົ້ນທຸກ ແລະ ພັດທະນາ, ຊຸກຍູ້ການສ້າງບ້ານພັດທະນາ ແລະ ບ້ານໃຫຍ່ໃຫ້ເປັນຕົວເມືອງໃນຊົນນະບົດ, ພ້ອມທັງປັບປຸງກົງຈັກ ແລະ ການແບ່ງຂັ້ນຄຸ້ມຄອງໃຫ້ຊັດເຈນ ເພື່ອຍົກສູງປະສິດທິຜົນການບໍລິຫານ ແລະ ພັດທະນາທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງ.
ພ້ອມນັ້ນຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການປະກອບຄຳຄິດເຫັນໃສ່ບົດລາຍງານໃຫ້ມີເນື້ອໃນຄົບຖ້ວນສົມບູນຕື່ມອີກ.
ພາບ-ຂ່າວໂດຍ: ດາວອນ ມະນີວັນ
ກວດແກ້: ຄະນະໂຄສະນາອົບຮົມແຂວງ