ເມືອງໂພນທອງ ແຂວງຫຼວງພະບາງ ປະກາດ 9 ບ້ານ ເປັນບ້ານພົ້ນທຸກ ແລະ 1 ບ້ານ ເປັນບ້ານພັດທະນາ

ເມືອງໂພນທອງ ແຂວງຫຼວງພະບາງ ປະກາດ 9 ບ້ານ ເປັນບ້ານພົ້ນທຸກ ແລະ 1 ບ້ານ ເປັນບ້ານພັດທະນາ

ວັນທີ 22 ພຶດສະພາ 2026 ນີ້ ຄະນະກໍາມະການປົກຄອງເມືອງໂພນທອງ ໄດ້ປະກາດຮັບຮອງ 9 ບ້ານ ເປັນບ້ານພົ້ນທຸກ ແລະ ປະກາດບ້ານວັງຊຽງ ເປັນບ້ານພັດທະນາ, ມີ ທ່ານ ສຳນານ ສົນທະນີ ກຳມະການປະຈຳພັກແຂວງ ຮອງປະທານສະພາປະຊາຊົນແຂວງ, ທ່ານ ສົມວອນ ແກ້ວຄຳພອນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ, ພ້ອມດ້ວຍແຂກຮັບເຊີນ ແລະການຈັດຕັ້ງບ້ານທັງ 9 ບ້ານ ຕະຫຼອດຮອດປະຊາຊົນບ້ານວັງຊຽງ ເຂົ້າຮ່ວມ. ພິທີ ທ່ານ ບຸນມີ ວົງສໍາພັນ ນາຍບ້ານວັງຊຽງ ໄດ້ຕາງໜ້າຂື້ນຜ່ານບົດລາຍງານການສ້າງບ້ານພົ້ນທຸກວ່າ: ທັງ 9 ບ້ານຄື: ບ້ານວັງຊຽງ, ບ້ານປາກອຶມ, ບ້ານວັງແນກ, ບ້ານກາງ, ບ້ານໂດນ, ບ້ານປຸງຮ້ອນ, ບ້ານລອງຢາງ, ບ້ານນາຊ່ອນ ແລະບ້ານນາຫຼວງ.

ມີຄອບຄົວພົນທຸກທັງໝົດ 989 ຄອບຄົວ, ພົນລະເມືອງ 5,254 ຄົນ, ຍີງ 2,602 ຄົນ, ຜ່ານການປະເມີນ ບ້ານພົ້ນທຸກ ຕາມ 08 ມາດຕະຖານ ເຊັ່ນ: ມີ ຫຼື ເຂົ້າເຖິງ ໂຮງຮຽນປະຖົມ ຫຼື ໂຮງຮຽນມັດທະຍົມຕອນຕົ້ນ, ມີ ຫຼື ເຂົ້າເຖິງ ສຸກສາລາ ຫຼື ການບໍລິການສຸຂະພາບ ຂັ້ນພື້ນຖານ, ມີແຫຼ່ງນ້ຳສະອາດຊົມໃຊ້, ມີເສັ້ນທາງຄົມມະນາຄົມ ທີ່ສາມາດທຽວໄດ້ຕະຫຼອດປີ, ເຂົ້າເຖິງການບໍລິການດ້ານໂທລະຄົມມະນາຄົມ ແລະ ການຂົນສົ່ງ.

 

ມີ ຫຼື ເຂົ້າເຖິງ ການຊື້-ຂາຍ ແລະແລກປ່ຽນສິນຄ້າ ຫຼື ຕະຫຼາດ, ມີຕາຂ່າຍໄຟຟ້າໃນລະບົບຊົມໃຊ້ ແລະພາຍໃນບ້ານ ມີຄອບຄົວພົ້ນທຸກກວມ 70% ຂຶ້ນໄປ ຂອງຈໍານວນຄອບຄົວທັງໝົດ, ເຫັນວ່າທັງ 9 ບ້ານ ສາ ມາດບັນລຸໄດ້ຕາມເງື່ອນໄຂ. ຈາກນັ້ນ ທ່ານ ສົມວອນ ແກ້ວຄຳພອນ ໄດ້ຜ່ານບົດລາຍງານການສ້າງບ້ານວັງຊຽງ ເປັນບ້ານພັດທະນາ ຕາມດຳລັດ 348 ຂອງລັດຖະບານ ວ່າດ້ວຍມາດຕະຖານພົ້ນທຸກ ແລະມາດຕະຖານພັດທະນາ, ພາຍໃນບ້ານ ປະກອບມີ 396 ຄອບຄົວ, ພົນລະເມືອງທັງໝົດ 2,104 ຄົນ, ຍີງ 1,079 ຄົນ, ປະກອບມີ 3 ເຜົ່າຢູ່ຮ່ວມກັນ, ຈຳນວນຄອບຄົວ ທີ່ບັນລຸຕາມມາດຕະຖານ ຄອບຄົວພັດທະນາ ປະກອບມີ: ບັນລຸ 19 ຕົວຊີ້ບອກ ມີ 306 ຄອບຄົວ, ກວມ 77.27%, ບັນລຸ 18 ຕົວຊີ້ບອກ ມີ 31 ຄອບຄົວ, ກວມ 7.83%, ບັນລຸ  17 ຕົວຊີ້ບອກ ມີ 19 ຄອບຄົວ, ກວມ 4.80% ແລະບັນລຸ 16 ຕົວຊີ້ບອກ ມີ 40 ຄອບຄົວ, ກວມ 10.1%. ຜ່ານການປະເມີນບ້ານພັດ ທະນາ ຕາມ 6 ກຸ່ມວຽກມາດຕະຖານ 19 ເນື້ອໃນ 88 ຕົວຊີ້ບອກ, ບັນລຸ 88 ຕົວຊີ້ບອກ ສາມາດບັນລຸກວມ 100%.

ໂອກາດນີ້ ທ່ານ ອຳຄາ ແກ້ວອຳພອນ ກຳມະການປະຈຳພັກເມືອງ ປະທານກວດກາພັກ-ລັດເມືອງໄດ້ຜ່ານມະຕິຕົກລົງ ວ່າດ້ວຍການຮັບຮອງເອົາບ້ານວັງຊຽງເປັນບ້ານພັດທະນາ ແລະຮັບຮອງເອົາ 9 ບ້ານເປັນບ້ານພົນທຸກ. ຕອນທ້າຍ ທ່ານ ສຳນານ ສົນທະນີ ໄດ້ມີຄຳເຫັນໂອລົມ ພ້ອມທັງຮ່ວມເປີດປາຍບ້ານວັງຊຽງ ເປັນບ້ານພັດທະ ນາຢ່າງເປັນທາງການ.

ພາບ-ຂ່າວ: ທ. ສົມເພັດ ໄຊມີກອນ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa