ຄະນະກຳມະການຂັ້ນເມືອງ ລົງກວດກາຄວາມຄືບໜ້າ ຂອງໂຄງການ ກໍ່ສ້າງ-ສ້ອມແປງຊົນລະປະທານຫ້ວຍຈ່ານ ບ້ານໂພລາດ ເມືອງຈອມເພັດ

ຄະນະກຳມະການຂັ້ນເມືອງ ລົງກວດກາຄວາມຄືບໜ້າ ຂອງໂຄງການ

ກໍ່ສ້າງ-ສ້ອມແປງຊົນລະປະທານຫ້ວຍຈ່ານ ບ້ານໂພລາດ ເມືອງຈອມເພັດ

ເພື່ອຕິດຕາມ, ກວດກາ ແລະ ປະເມີນຜົນການຈັດຕັ້ງປະຕິບັດໂຄງການພັດທະນາຊົນນະບົດໃຫ້ຖືກຕ້ອງຕາມແຜນ ແລະ ມາດຕະຖານວິຊາການ, ໃນທ້າຍເດືອນ ພຶດສະພາ 2026 ຜ່ານມາຄະນະກຳມະການຂັ້ນເມືອງ, ນຳໂດຍທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງເມືອງ, ພ້ອມຄະນະກຳມະການຂັ້ນເມືອງ ໄດ້ລົງກວດກາຄວາມຄືບໜ້າ 100% ຂອງໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານຫ້ວຍຈ່ານ ທີ່ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ.

ການລົງກວດກາຄັ້ງນີ້ ໄດ້ລົງໄປກວດພາກສະໜາມຢູ່ຈຸດຕ່າງໆ ຂອງໂຄງການ ລວມມີ: ຮ່ອງເໝືອງສົ່ງນ້ຳຄວາມຍາວ 1,200 ແມັດ ແລະ ອົງປະກອບອື່ນໆ. ຜ່ານການກວດກາຕົວຈິງ ແລະ ກວດເບິ່ງເອກະສານທີ່ກ່ຽວ ຂ້ອງ ຄະນະກຳມະການໄດ້ຕີລາຄາວ່າ ໂຄງການດັ່ງກ່າວໄດ້ສຳເລັດ 100% ຕາມສັນຍາ, ປະຕິບັດຖືກຕ້ອງຕາມແບບ ແຜນ ແລະ ຂໍ້ກຳນົດດ້ານວິຊາການ, ມີຄຸນນະພາບແຂງແຮງ, ສາມາດນຳໃຊ້ໄດ້ທັນທີ.

ທ່ານ ບຸນສົງ ໄຊຍະລາດ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງຈອມເພັດ ລາຍງານວ່າ: “ໂຄງການກໍ່ສ້າງ-ສ້ອມແປງຊົນລະປະທານຫ້ວຍຈ່ານ ໄດ້ເລີ່ມດໍາເນີນການຕັ້ງແຕ່ 10 ຕຸລາ 2025 ແລະ ສໍາເລັດໃນເດືອນ ພຶດສະພາ 2026. ໂຄງການນີ້ຈະຊ່ວຍສະໜອງນ້ຳຊົນລະປະທານໃຫ້ແກ່ພື້ນທີ່ກະສິກຳ 45 ຄອບຄົວ, ເຮັດໃຫ້ປະຊາຊົນສາມາດປູກພືດໄດ້ 2 ລະດູຕໍ່ປີ ແລະ ຫຼຸດຜ່ອນຜົນກະທົບຈາກໄພແຫ້ງແລ້ງ”.

ທ່ານ ສອນເພັດ ພົງສຸທິ ປະທານຄະນະກຳມະການປົກຄອງ ເມືອງຈອມເພັດ ໄດ້ເນັ້ນອີກວ່າ: ການກວດ ກາຄວາມຄືບໜ້າ 100% ແມ່ນເພື່ອຮັບປະກັນຄວາມໂປ່ງໃສ ແລະ ດ້ານຄຸນນະພາບ ເພື່ອເກີດປະໂຫຍດສູງສຸດແກ່ປະຊາຊົນ. ຫຼັງຈາກນີ້ ຂໍໃຫ້ຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ສົມທົບກັບອົງການປົກຄອງບ້ານໂພລາດ ຈັດຕັ້ງກຸ່ມຜູ້ໃຊ້ນ້ຳໃຫ້ເຂັ້ມແຂງ ເພື່ອດູແລຮັກສາ ແລະ ບຳລຸງຮັກສາໂຄງການໃຫ້ນຳໃຊ້ໄດ້ຍາວນານ.

ທ່ານ ສົມລິດ ດວງພົມມາ ຮອງນາຍບ້ານ ບ້ານໂພລາດ, ຕາງໜ້າໃຫ້ປະຊາຊົນບ້ານ ໄດ້ກ່າວຂອບໃຈຕໍ່ພາກລັດ ແລະ ຄະນະກຳມະການທຸກຂັ້ນທີ່ໃຫ້ຄວາມສໍາຄັນ ແລະ ສະໜັບສະໜູນໂຄງການດັ່ງກ່າວນີ້. ພ້ອມຢືນຢັນວ່າຈະນຳພາປະຊາຊົນປົກປັກຮັກສາ ແລະ ນຳໃຊ້ໂຄງການໃຫ້ເກີດປະໂຫຍດສູງສຸດ ເພື່ອຍົກສູງຊີວິດການເປັນຢູ່ໃຫ້ດີຂື້ນກວ່າເກົ່າ.

ຂ່າວ: ຄະນະໂຄສະນາອົບຮົມເມືອງຈອມເພັດ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa