ເລຂາທິການໃຫຍ່ ປະທານປະເທດ ລົງຕິດຕາມກວດກາ ໂຄງການພັດທະນາແຄມນ້ຳຂອງ-ແຄມນ້ຳຄານ (ປາກຄານ) ນະຄອນ ຫຼວງພະບາງ.

ເລຂາທິການໃຫຍ່ ປະທານປະເທດ ລົງຕິດຕາມກວດກາ ໂຄງການພັດທະນາແຄມນ້ຳຂອງ-ແຄມນ້ຳຄານ (ປາກຄານ) ນະຄອນ ຫຼວງພະບາງ

ໃນວັນທີ 12 ກໍລະກົດ 2026, ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະນຳສູນກາງ ແລະ ຄະນະນໍາແຂວງຫຼວງພະບາງ ໄດ້ລົງເຄື່ອນໄຫວຕິດຕາມກວດກາພື້ນທີ່ໂຄງການພັດທະນາແຄມນ້ຳຂອງ-ແຄມນ້ຳຄານ (ປາກຄານ) ນະຄອນ ຫຼວງພະບາງ ເພື່ອຕິດ ຕາມຄວາມຄືບໜ້າການພັດທະນາ ແລະ ຊຸກຍູ້ໃຫ້ການຈັດຕັ້ງໂຄງການບັນລຸຜົນຕາມແຜນການທີ່ວາງໄວ້.

ໃນໂອກາດລົງພື້ນທີ່, ທ່ານ ໄຊແກ້ວ ທະວີໃຈ ຫົວໜ້າ ພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຫຼວງພະບາງ ໄດ້ລາຍງານວ່າ: ສະພາບຄວາມເປັນມາ ແລະ ຜົນສໍາເລັດຂອງໂຄງການກໍ່ສ້າງດັ່ງກ່າວຈາກຄະ ນະຮັບຜິດຊອບ, ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ລວງຍາວ 2,19 ກິໂລແມັດ (ເບື້ອງຊ້າຍ 1,14 ກິໂລ ແມັດ ແລະ ເບື້ອງຂວາ 1,05 ກິໂລແມັດ) ປະຕູລະບາຍນໍ້າ 9 ຈຸດ ແລະ ສວນສາທາລະນະ ແຄມນໍ້າ ເນື້ອ ທີ່ 0,3 ແຮັກຕາ 1 ແຫ່ງ, ໂຄງການແມ່ນໄດ້ນໍາໃຊ້ທຶນສະໜັບສະໜູນຂອງ ທະນາຄານໂລກ ໃນມູນຄ່າຈໍານວນ 5,195,988 ໂດລາສະຫະລັດ, ເຊິ່ງເລີ່ມກໍ່ສ້າງໃນເດືອນມີນາ 2023 ແລະ ສໍາເລັດແລ້ວ 100%.

ໂຄງການພັດທະນາແຄມນ້ຳຂອງ-ແຄມນ້ຳຄານ (ປາກຄານ) ຖືເປັນໂຄງການສຳຄັນຂອງນະຄອນ ຫຼວງພະບາງ ທີ່ມຸ່ງເນັ້ນການປັບປຸງພູມີທັດ, ພັດທະນາສິ່ງອຳນວຍຄວາມສະດວກສາທາລະນະ, ສົ່ງເສີມການທ່ອງທ່ຽວ, ອະນຸລັກສິ່ງແວດລ້ອມ ແລະ ຮັກສາຄຸນຄ່າຂອງເມືອງມໍລະດົກໂລກ ໃຫ້ຄົງຄຸນຄ່າຄວບຄູ່ກັບການພັດທະນາທີ່ຍືນຍົງ.

ໃນການລົງກວດກາຄັ້ງນີ້, ທ່ານ ເລຂາທິການໃຫຍ່ ປະທານປະເທດ ໄດ້ເນັ້ນໜັກໃຫ້ບັນດາພາກ ສ່ວນທີ່ກ່ຽວຂ້ອງ ຮ່ວມມືກັນຢ່າງໃກ້ຊິດ ຮັບປະກັນໃຫ້ການຈັດຕັ້ງໂຄງການເປັນໄປຕາມມາດຕະຖານດ້ານວິຊາການ, ຄຸນນະພາບ, ຄວາມປອດໄພ ແລະ ກຳນົດເວລາ. ພ້ອມກັນນັ້ນ ຕ້ອງໃຫ້ຄວາມສຳຄັນຕໍ່ການອະ ນຸລັກສິ່ງແວດລ້ອມ, ຮັກສາທັດສະນີຍະພາບຂອງເມືອງມໍລະດົກໂລກ ແລະ ສ້າງຄວາມສົມດຸນລະຫວ່າງການພັດທະນາເສດຖະກິດ ກັບການອະນຸລັກວັດທະນະທຳ.

ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa