ເມືອງຈອມເພັດ ຈັດພິທີປະກາດຮັບຮອງເອົາ 11 ບ້ານ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ

ເມືອງຈອມເພັດຈັດພິທີປະກາດຮັບຮອງເອົາ 11 ບ້ານ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ

ວັນທີ 26 ພະຈິກ 2026 ຫ້ອງການແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດພິທີປະກາດຮັບຮອງເອົາ 11 ບ້ານ ເປັນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມ ຢູ່ທີ່ໂຮງຮຽນບ້ານ ຫ້ວຍຄານ  ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ແກ້ວລາ ມະນີຈິດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນ ແຂວງ, ປະຈໍາເຂດເລືອກຕັ້ງ ເມືອງຈອມເພັດ ແລະ ທ່ານ ມີໄຊ ໄຊເກີຢາຈົງຕົວ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການ ແຂວງຫຼວງພະບາງ; ມີບັນດາຫົວໜ້າຫ້ອງການ, ອົງການຈັດຕັ້ງມະຫາຊົນ, ນາຍບ້ານ, ປະຊາຊົນຕາງໜ້າຈາກ 11 ບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້; ທ່ານ  ໄມ  ໄຊສົມພອນ ຄະນະບ້ານ ຫ້ວຍຄານ ຕາງໜ້າໃຫ້ 11 ບ້ານ, ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານແຮງງານ ແລະ ສະຫວັດດີການສັງຄົມ ໂດຍໄດ້ຍົກໃຫ້ເຫັນວ່າ: ບັນດາບ້ານທັງ 11 ບ້ານ ໄດ້ມີຄວາມເອົາໃຈໃສ່ ໃນການຈັດຕັ້ງປະຕິບັດວຽກງານດ້ານແຮງງານ-ສະຫວັດດີການສັງຄົມ ຢ່າງຕັ້ງໜ້າ, ໄດ້ຜົນສໍາເລັດຕາມມາດຕະຖານທີ່ກຳນົດໄວ້ເປັນຕົ້ນ: ການສ້າງວຽກເຮັດງານທຳໃຫ້ປະຊາຊົນ, ການສົ່ງເສີມອາຊີບ ແລະ ພັດທະນາສີມືແຮງງານ, ການປົກປ້ອງສິດຜົນປະໂຫຍດຂອງຜູ້ອອກແຮງງານ, ການປະກັນສັງຄົມ, ການຊ່ວຍເຫຼືອຄອບຄົວທຸກຍາກ, ຄອບຄົວດ້ອຍໂອກາດ, ຜູ້ສູງອາຍຸ, ຄົນພິການ ແລະ ການສ້າງສະພາບແວດລ້ອມການເຮັດວຽກທີ່ປອດໄພ. ບ້ານ ທີ່ໄດ້ຮັບການຮັບຮອງໃນຄັ້ງນີ້ ປະກອບມີ 11 ບ້ານຄື: ບ້ານ ຫ້ວຍຄານ, ບ້ານ ປາກຫ້ວຍຄໍ້, ບ້ານ ດອນໄຊ, ບ້ານ ນາອ່າງ, ບ້ານ ຫ້ວຍທາກ, ບ້ານ ນາງີ້ວ, ບ້ານ ນາໄຮ, ບ້ານ ນາເລ, ບ້ານ ສາມພັນໄຊ, ບ້ານ ຫ້ວຍຊາຍຂາວ ແລະ ບ້ານ ກີ່ວແທ່ງ. ຈາກນັ້ນ; ທ່ານ ວຽງສະຫວັນ ຈັນທະລັງສີ ກຳມະການພັກເມືອງ, ຫົວໜ້າ ຫ້ອງການແຮງງານ ແລະ ສະຫວັດດີການ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດ້ວຍການຮັບຮອງເອົາບ້ານພັດທະນາ ແລະ ຄອບຄົວພັດທະນາດ້ານແຮງງານ ສະຫວັດດີການສັງຄົມ.

ທ່ານປະທານ ໄດ້ໃຫ້ກຽດຂື້ນມອບໃບຢັ້ງຢືນໃຫ້ແກ່ 11 ບ້ານ ທີ່ໄດ້ຮັບການຮັບຮອງເປັນ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການສັງຄົມພ້ອມທັງກ່າວໂອ້ລົມໃຫ້ທິດຊີ້ນຳວ່າ: ການທີ່ 11 ບ້ານ ທີ່ຮັບການຮັບຮອງໃນຄັ້ງນີ້; ແມ່ນໝາກຜົນແຫ່ງຄວາມພະຍາຍາມ, ຄວາມສາມັກຄີ, ຄວາມເອົາໃຈໃສ່ຂອງອົງການປົກຄອງບ້ານ, ຂອງປະຊາຊົນບັນດາເຜົ່າ ທີ່ໄດ້ຮ່ວມແຮງຮ່ວມໃຈກັນ ພັດທະນາບ້ານຂອງຕົນ ໃຫ້ມີວຽກເຮັດງານທຳໝັ້ນຄົງ, ມີລາຍຮັບທີ່ດີຂຶ້ນ ແລະ ມີສະຫວັດດີການທີ່ດີກວ່າເກົ່າ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa