ກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ
ໄດ້ໄຂຂື້ນຢ່າງເປັນທາງການ

ໃນວັນທີ 25 ສິງຫາ 2026 ນີ້, ທີ່ຫ້ອງປະຊຸມ ສະຖານີວິທະຍຸໂທລະພາບແຂວງຫຼວງພະບາງ ໄດ້ເປີດກອງປະ ຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ພາຍໃຕ້ຄໍາຂວັນ “ເພີ່ມທະວີບົດບາດການ ນໍາພາຂອງອົງຄະນະພັກ, ຍົກສູງຈິດໃຈເອກະລາດເປັນເຈົ້າຕົນເອງ, ຕັ້ງໜ້າສ້າງການຫັນປ່ຽນໃນວຽກງານໂຄສະນາອົບຮົມ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ”. ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ທອງຈັນ ລັດຕະນະປະດິດ ກໍາມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງນີ້ໂດຍ ສະຫາຍ ຄໍາຄ່ອງ ພົມມະປັນຍາ ກໍາມະການປະຈໍາພັກແຂວງ, ປະທານອົງການກວດກາພັກ-ຫົວນ້າອົງການກວດກາລັດ ແຂວງ, ສະຫາຍ ທອງໃບ ຄຸນທະສັກ ຮອງຫົວນ້າຄະນະຈັດຕັ້ງແຂວງ, ມີບັນດາສະຫາຍຄະນະນໍາ ຄະນະໂຄສະນາອົບ ຮົມແຂວງ , ຜູ້ຕ່າງໜ້າ ຄະນະຈັດຕັ້ງແຂວງ, ແຂກຖືກເຊີນ, ຕະຫຼອດຮອດຜູ້ແທນສົມບູນ 52 ສະຫາຍ ຍິງ 17 ສະຫາຍ.

ໃນວາລະດໍາເນີນກອງປະຊຸມ ສະຫາຍ ທອງຈັນ ລັດຕະນະປະດິດ ກໍາມະການພັກແຂວງ ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ມີຄໍາເຫັນກ່າວເປີດກອງປະຊຸມໃຫຍ່ ຄັ້ງທີ VII ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຢ່າງເປັນທາງການ ແລະ ຜ່ານຮ່າງລາຍງານການເມືອງທັງ 2 ພາກ, ຜ່ານຮ່າງບົດສໍາຫຼວດການນໍາພາລວມຂອງຄະນະພັກຊຸດເກົ່າ,

ຈາກນັ້ນ ສະຫາຍ ທອງຈັນ ພົມມະຈັນ ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຂຶ້ນ ຜ່ານແຜນພັດທະນາວຽກງານໂຄສະນາອົບຮົມ ໄລຍະ 5 ປີ (2026 – 2030). ໃນພິທີທີ່ມີຄວາມສໍາຄັນນີ້, ສະຫາຍ ທອງໃບ ຄຸນທະສັກ ຮອງຄະນະຈັດຕັ້ງແຂວງ ຫຼວງພະບາງໄດ້ຂຶ້ນຜ່ານ ມະຕິຕົກລົງຂອງຄະນະປະຈໍາພັກແຂວງ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ສະຫາຍ ທອງຈັນ ລັດຕະນະປະດິດ ເປັນ ເລຂາໜ່ວຍພັກ, ສະຫາຍ ທອງຈັນ ພົມມະຈັນ ເປັນຮອງເລຂາໜ່ວຍພັກ, ແລະ ສະຫາຍ ບຸນໄຫຼ ດວງເດືອນ ເປັນ ກຳມະການໜ່ວຍພັກ ທັງເປັນຜູ້ກວດກາໜ່ວຍພັກ ຂອງຄະນະໂຄສະນາອົບຮົມ ຊຸດທີ VII,

ໃຫ້ກຽດມອບມະຕິດັ່ງກ່າວໂດຍ ສະຫາຍ ຄໍາຄ່ອງ ພົມມະປັນຍາ ກຳມະການປະຈໍາພັກແຂວງ, ພ້ອມທັງມີຄໍາເຫັນໂອ້ລົມ ແລະເນັ້ນໜັກໃຫ້ຄະນະພັກຊຸດໃໝ່ນີ້ຕ້ອງເພີ່ມທະວີການຄົ້ນຄວ້າ, ເຊື່ອມຊືມ ແລະສົມທົບກັບຄະນະພັກທຸກພາກສ່ວນໂຄສະນາ, ເຜີຍແຜ່ຜັນຂະຫຍາຍມະຕິກອງປະຊຸມໃຫ່ຍ ຂອງພັກ ແລະ ແຜນພັດທະນາ ຂອງແຂວງ, ບັນດາວາລະສຳແຫ່ງຊາດໃຫ້ກວ້າງຂວາງ ທົ່ວເຖິງທຸກເປົ້າໝາຍ, ຜ່ານຫຼາຍຊ່ອງທາງ, ເພື່ອສ້າງຄວາມເຂົ້າໃຈ ແລະຄວາມເປັນເອກະພາບຕໍ່ແນວທາງຂອງພັກໃຫ້ໄປລວງດຽວກັນ, ພ້ອມທັງປຸກລະດົມທຸກກໍາລັງແຮງທົ່ວປວງຊົນ, ປະກອບ ສ່ວນຢ່າງຕັ້ງໜ້າ, ໃນການຈັດຕັ້ງປະຕິບັດ, ໃຫ້ປະກົດຜົນເປັນຈິງ ແລະ ຈົ່ງພ້ອມກັນພັດທະນາສື່ມວນຊົນ ກ້າວສູ່ຄຸນນະພາບ, ທັນສະໄໝ, ເປັນກະບອກສຽງທີ່ແຫຼມຄົມຂອງພັກ-ລັດ, ເປັນເຄື່ອງມືຮັບໃຊ້ການຄຸ້ມຄອງ ແລະ ກວດກາລັດ ຕາມກົດໝາຍ, ເປັນເວທີສົ່ງເສີມ ປະຊາທິປະໄຕ ປະຊາຊົນ, ເປັນແຫຼ່ງຂໍ້ມູນຂ່າວ ສານ, ສາລະຄວາມຮູ້, ຄວາມບັນເທີງ, ຕອບໂຕ້ຖ້ອຍທໍານອງຂອງກຸ່ມຄົນບໍ່ດີ ຢ່າງທັນການ. ພັດທະນາເນື້ອໃນ ແລະ ຮູບການຂອງສື່ມວນຊົນ ໃຫ້ຮັບປະກັນ 4 ລັກສະນະ, ມີຫຼາຍຮູບ-ຫຼາຍສີ ສາມາດດຶງດູດຄວາມສົນໃຈຂອງຜູ້ອ່ານ, ຜູ້ຟັງ ແລະ ຜູ້ຊົມ ໃຫ້ນັບມື້ຫຼາຍຂຶ້ນ ພ້ອມດຽວກັນ ກໍສົ່ງເສີມປະຊາຊົນມີສ່ວນຮ່ວມ ໃນວຽກງານສື່ມວນຊົນ.
ຕອນທ້າຍພິທີ ໄດ້ມີການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ກອງປະຊຸມໃຫຍ່ ຄັ້ງນີ້ໄດ້ດໍາເນີນໄປເປັນເວລາ ເຄີ່ງວັນ.


ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ