ທ່ານ ບຸນເລື່ອມ ມະນີວົງ ລົງຊຸກຍູ້ການຜະລິດກະສິກຳ ແລະ ສົ່ງເສີມການປູກໝາກແຕງເປັນສິນຄ້າ ຢູ່ບ້ານປາກຄອນ ເມືອງນານ

ທ່ານ ບຸນເລື່ອມ ມະນີວົງ ລົງຊຸກຍູ້ການຜະລິດກະສິກຳ ແລະ ສົ່ງເສີມການປູກໝາກແຕງເປັນສິນຄ້າ

ຢູ່ບ້ານປາກຄອນ ເມືອງນານ

ໃນຕອນບ່າຍຂອງວັນທີ 2 ກໍລະກົດ 2026, ທ່ານ ບຸນເລື່ອມ ມະນີວົງ, ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກແຂວງ, ປະທານຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແລະ ປະທານສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V ພ້ອມດ້ວຍຄະນະ ແລະ ບັນດາພະແນກການກ່ຽວຂ້ອງຂັ້ນແຂວງ, ໄດ້ລົງເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ການຜະລິດຂອງຊາວກະສິກອນ ຜູ້ປູກໝາກແຕງ ຢູ່ບ້ານປາກຄອນ ເມືອງນານ ແຂວງຫຼວງພະບາງ.

ໃນການລົງພື້ນທີ່ຕົວຈິງຄັ້ງນີ້, ຄະນະໄດ້ເຂົ້າຢ້ຽມຢາມສວນໝາກແຕງຂອງ ທ່ານ ນາງ ໂມະ ຍອຍດວງຄໍາ ເຈົ້າຂອງສວນໜາກແຕງ ໄດ້ລາຍງານຜົນສຳເລັດຂອງການຜະລິດວ່າ: ໃນປີ 2025 ຜ່ານມາ, ການປູກໝາກແຕງໃນເນື້ອທີ່ 3 ເຮັກຕາ ສາມາດສ້າງລາຍໄດ້ສູງກວ່າ 200 ລ້ານກີບ, ສຳລັບປີ 2026 ນີ້, ໄດ້ຕັດສິນໃຈຂະຫຍາຍເນື້ອທີ່ການປູກເປັນ 5 ເຮັກຕາ ເຊິ່ງປະຈຸບັນສາມາດຈຳໜ່າຍຜົນຜະລິດໄດ້ແລ້ວຫຼາຍກວ່າ 100 ລ້ານກີບ ແລະ ຄາດຄະເນວ່າຮອດທ້າຍປີຈະສາມາດສ້າງລາຍໄດ້ປະມານ 300 ຫາ 400 ລ້ານກີບ, ຫາກສະພາບອາກາດ ແລະ ຕະຫຼາດຍັງເອື້ອອຳນວຍ. ເຈົ້າຂອງສວນໄດ້ກ່າວຕື່ມວ່າ ການຂາຍແມ່ນມີພໍ່ຄ້າ-ແມ່ຄ້າຈາກຫຼາຍແຂວງເດີນທາງມາຮັບຊື້ຜົນຜະ ລິດເຖິງທີ່.

ໂອກາດນີ້, ທ່ານ ບຸນເລື່ອມ ມະນີວົງ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຄວາມດຸໝັ່ນຂະຫຍັນພຽນຂອງຊາວກະສິກອນ ທີ່ຮູ້ຈັກຜັນຂະຫຍາຍທ່າແຮງຂອງພື້ນທີ່ ໃຫ້ກາຍເປັນພືດເສດຖະກິດທີ່ສ້າງມູນຄ່າເພີ່ມ ແລະ ຍົກລະດັບຄຸນນະພາບຊີວິດໃຫ້ດີຂຶ້ນ. ພ້ອມກັນນັ້ນ, ທ່ານຍັງໄດ້ໃຫ້ກຳລັງໃຈ ແລະ ເນັ້ນໜັກໃຫ້ຊາວກະສິກອນ ສືບຕໍ່ພັດທະນາເຕັກນິກການປູກທີ່ທັນສະໄໝ ແລະ ຮັກສາຄຸນນະພາບຂອງຜົນຜະລິດ ເພື່ອສ້າງຄວາມເຊື່ອໝັ້ນໃຫ້ແກ່ຜູ້ບໍລິໂພກ ແລະ ຮັບປະກັນລາຍໄດ້ທີ່ຍືນຍົງ. ການເຄື່ອນໄຫວໃນຄັ້ງນີ້ ສະທ້ອນໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງຄະນະນຳແຂວງຫຼວງພະບາງ ໃນການຊຸກຍູ້ການຜະລິດກະສິກຳເປັນສິນຄ້າ, ການເຊື່ອມໂຍງຕະຫຼາດ ແລະ ການຍົກລະດັບເສດຖະກິດ-ສັງຄົມ ຂອງປະຊາຊົນໃຫ້ມີຄວາມເຂັ້ມແຂງຂຶ້ນເລື້ອຍໆ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa