ສະມາຊິກສະພາປະຊາຊົນແຂວງຫຼວງພະບາງ ປະຈຳເຂດເລືອກຕັ້ງເມືອງງອຍ ລົງເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V

ສະມາຊິກສະພາປະຊາຊົນແຂວງຫຼວງພະບາງ ປະຈຳເຂດເລືອກຕັ້ງເມືອງງອຍ

ລົງເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V

ວັນທີ 22-24 ມິຖຸນາ 2026  ຜ່ານມານີ້, ທ່ານ ທອງຈັນ ລັດຕະນະປະດິດ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V ໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ເມືອງງອຍ, ແຂວງຫຼວງພະບາງ.

​          ການລົງເຜີຍແຜ່ໃນຄັ້ງນີ້ ໄດ້ດຳເນີນໄປຢູ່ 5 ບ້ານເປົ້າໝາຍ ຄື: ບ້ານຫາດຜາງ, ບ້ານຫາດຄີບ, ບ້ານປາກງາ, ບ້ານເມືອງຊື່ນ ແລະ ບ້ານດອນເງິນ ມີອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 190 ທ່ານ, ຍິງ 95 ທ່ານ.

​          ໃນພິທີ ທ່ານ ໄດ້ກ່າວຈຸດປະສົງ ຂອງການລົງເຄື່ອນໄຫວ ແມ່ນເພື່ອເຮັດໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຈິດໃຈຂອງບັນດານິຕິກຳ, ກົດໝາຍ ແລະ ຜົນສຳເລັດທີ່ສຳຄັນຂອງກອງປະຊຸມຄັ້ງປະ ຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ທີ່ຫາກໍ່ປິດລົງ, ເປັນຕົ້ນແມ່ນການເລືອກຕັ້ງບຸກຄະລາກອນການນຳຂອງສະພາ ແລະ ອົງການປົກຄອງແຂວງ, ການຮັບຮອງເອົາບັນດານິຕິກຳທີ່ສຳຄັນ ລວມທັງທິດທາງແຜນການ ເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ໃນໄລຍະຕໍ່ໜ້າ ເພື່ອພ້ອມກັນສືບຕໍ່ພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.

ຈາກນັ້ນ, ທ່ານ ຍັງໄດ້ເປີດໂອກາດໃຫ້ປະຊາຊົນໄດ້ສະແດງຄຳຄິດຄຳເຫັນ, ສະເໜີບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ຮາກຖານ, ລວມເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມໃນທ້ອງຖິ່ນ ບັນດາຄຳສະເໜີ ແລະ ຄຳຄິດຄຳເຫັນທີ່ໄດ້ຮັບຈາກປະຊາຊົນໃນຄັ້ງນີ້, ສະມາຊິກສະພາປະຊາຊົນແຂວງ ຈະໄດ້ນຳໄປສັງລວມ ແລະ ນຳສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງໃນຄັ້ງຕໍ່ໄປ ເພື່ອຊອກຫາວິທີທາງແກ້ໄຂ ແລະ ປັບປຸງວຽກງານຕ່າງໆໃຫ້ມີປະສິດທິຜົນ, ຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢ່າງແທ້ຈິງ.

ໃນຕອນທ້າຍ, ທ່ານຍັງໄດ້ເນັ້ນໜັກໃຫ້ອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນທີ່ເຂົ້າຮ່ວມ ນຳເອົາເນື້ອໃນຈິດໃຈຂອງການເຜີຍແຜ່ດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຢູ່ທ້ອງຖິ່ນຂອງຕົນ ໃຫ້ເກີດດອກອອກຜົນ, ສືບຕໍ່ເອົາໃຈໃສ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຂອງສະພາປະຊາຊົນແຂວງ ໃຫ້ມີປະສິດທິຜົນສູງສຸດ.

ຂຽນໂດຍ: ທ. ສຸດທະວີໄຫວ ມີທະວົງ, ຄະນະໂຄສະນາອົບຮົມແຂວງ

ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa