ຫຼວງພະບາງ-ເຊີນລາ ສືບຕໍ່ຮັດແໜ້ນການຮ່ວມມືຮອບດ້ານລະຫວ່າງສອງແຂວງ


ຕອນບ່າຍວັນທີ່ 25 ມິຖຸນາ 2026 ນີ້ ສະຫາຍ ຮວາງ ວັນ ຫງ້ຽມ ກຳມະການສູນກາງພັກ, ເລຂາພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດແຂວງເຊີນລ່າ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງຂອງ ແຂວງດຽນບຽນ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາຢ້ຽມຢາມ ແລະເຮັດວຽກຢູ່ແຂວງຫຼວງພະບາງ, ໂດຍໄດ້ຮັບການຕ້ອນຮັບຈາກ ການນຳຂອງແຂວງຫຼວງພະບາງ, ຈາກນັ້ນ; ໄດ້ມີການພົບປະສອງຝ່າຍຢູ່ຫ້ອງວ່າການແຂວງຫຼວງພະບາງ ເຊີ່ງ ສະຫາຍ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ປະທານສະພາປະຊາຊົນແຂວງ, ໄດ້ຕາງໜ້າ ຄະນະຜູ້ແທນຂັ້ນສູງຂອງແຂວງຫຼວງພະບາງ ສະແດງຄວາມຍີນດີຕ້ອນຮັບ ເຊີ່ງການມາຢ້ຽມຢາມແຂວງຫຼວງພະບາງ ໃນເທື່ອນີ້ ເປັນຂິດໝາຍສໍາຄັນໃນການເສີມສ້າງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມື ແລະຄູ່ຮ່ວມຍຸດທະສາດຮອບດ້ານ ລະຫວ່າງ ລາວ-ຫວຽດນາມ ໂດຍສະເພາະແຂວງຫຼວງພະບາງ-ແຂວງເຊີນລ່າ ທີ່ມີມູນເຊື້ອການພົວພັນຮ່ວມມື ແລະຊ່ວຍເຫຼືອເຊີ່ງກັນ ແລະກັນ ນັບແຕ່ ເດືອນພຶດສະພາ ປີ 1997 ເປັນຕົ້ນມາ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະເກີດດອກອອກຜົນກວ່າເກົ່າ, ພ້ອມທັງເປັນການສ້າງເງື່ອນໄຂ ເພື່ອກະກຽມສະເຫຼີມສະຫຼອງ 65 ປີ ແຫ່ງການສ້າງສາຍພົວພັນການທູດລາວ-ຫວຽດນາມ ທີ່ຈະມາເຖິງໃນປີ 2027 ນີ້. ພ້ອມນັ້ນ ສະຫາຍໄດ້ລາຍງານສະພາບຂອງແຂວງຫຼວງພະບາງ ໃຫ້ຄະນະຜູ້ແທນໄດ້ຮັບຮູ້, ທັງສະເໜີໃຫ້ທັງສອງແຂວງ ສືບຕໍ່ຊຸກຍູ້ການຢ້ຽມ ຢາມ-ແລກປ່ຽນບົດຮຽນເຊິ່ງກັນ ແລະກັນ ລະຫວ່າງ ຄະນະຜູ້ແທນຂັ້ນສູງຂອງແຂວງ, ພະແນກການ, ອົງການຂອງສອງຝ່າຍນໍາກັນ ໃຫ້ເປັນປົກກະຕິ, ສະເໜີໃຫ້ແຂວງເຊີນລ່າ ຊຸກຍູ້ບັນດາວິສາຫະກິດ ຂອງ ສສ ຫວຽດນາມ ມາສຳຫຼວດ ແລະສຶກສາຄວາມເປັນໄປໄດ້ໃນການລົງທືນ ຢູ່ແຂວງຫຼວງພະບາງ, ເປັນຕົ້ນການຜະລິດກະສິກຳສີຂຽວ, ການບໍລິການ-ການທ່ອງທຽວ ແລະອື່ນໆ, ສະເໜີໃຫ້ແຂວງເຊີ່ນລາ ສືບຕໍ່ໃຫ້ທຶນການສຶກສາແກ່ນັກຮຽນ ຍົກລະດັບໄລຍະຍາວ ແລະຝຶກອົບຮົມໄລຍະສັ້ນແກ່ພະນັກງານຂອງແຂວງຫຼວງພະບາງ, ທັງສືບຕໍ່ຊ່ວຍເຫຼືອກໍ່ສ້າງພື້ນຖານໂຄງລ່າງ ທີ່ຈຳເປັນໃຫ້ແກ່ແຂວງຫຼວງພະບາງ ຕາມເງື່ອນໄຂຕົວຈິງ.


ໂອກາດນີ້ ສະຫາຍ ຮວາງ ວັນ ຫງ້ຽມ ໄດ້ຕາງໜ້າຄະນະຜູ້ແທນຂັ້ນສູງຂອງແຂວງເຊີ່ນລາ ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ຈາກການນຳແຂວງຫຼວງພະບາງ ທັງໄດ້ລາຍງານສະພາບການພັດທະນາເສດຖະ ກິດ ຂອງແຂວງເຊີ່ນລ່າ ໃຫ້ຄະນະຜູ້ແທນແຂວງຫຼວງພະບາງ ໄດ້ຮັບຮູ້ ແລະເຫັນດີເປັນເອກະພາບຕໍ່ບັນຫາສະເໜີ ຂອງສະຫາຍເລຂາພັກແຂວງຫຼວງພະບາງ ແລະສະເໜີໃຫ້ການນຳແຂວງຫຼວງພະບາງ ຈັດສັນເວລາໄປຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເຊີ່ນລາ ຕາມວັນ-ເວລາທີ່ເໝາະສົມ. ໃນພິທີ ຜູ້ເຂົ້າຮ່ວມໄດ້ຮັບຊົມການສາຍສາລະຄະດີ ການພົວພັນຮ່ວມມືລະຫວ່າງສອງແຂວງ ທີ່ສະແດງໃຫ້ເຫັນເຖີງການເຕີບໃຫຍ່ຂະຫຍາຍຕົວ ຂອງການຮ່ວມມືແຕ່ລະດ້ານ ທີ່ບັນດາການນຳແຕ່ລະຮຸ່ນຂອງສອງແຂວງ ໄດ້ພ້ອມກັນເພີ່ມພູນຄູນສ້າງ ແລະເສີມຂະຫຍາຍມາໂດຍຕະ ຫຼອດ.


ຕອນທ້າຍ ໄດ້ມີການລົງນາມເຊັນບົດບັນທຶກ ການຮ່ວມມືລະຫວ່າງສອງແຂວງ ໃຫ້ກຽດລົງນາມໂດຍ ສະ ຫາຍ ນາງ ວຽນວິໄລ ດີລະພັນ ກຳມະການປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງ ແຂວງຫຼວງພະບາງ ແລະ ສະຫາຍ ດັກ ຫງ໋ອກ ເຮົາ ກຳມະການພັກແຂວງ ຮອງປະທານຄະນະກຳມະການປົກຄອງ ແຂວງເຊີ່ນລ່າ, ໂດຍມີຫົວໜ້າຄະນະຜູ້ແທນຂອງທັງສອງແຂວງ ເປັນສັກຂີພິຍານ, ພ້ອມນັ້ນ ໄດ້ມີການແລກປ່ຽນ-ມອບ ຂອງຂັວນທີ່ລະນຶກຮ່ວມກັນ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ