ຜົນສຳເລັດປະກາດສ້າງຕັ້ງຕາແສງ ຂອງເມືອງນ້ຳບາກ ແຂວງຫຼວງພະບາງ

ວັນທີ 16 ກໍລະກົດ 2026 ນີ້, ເມືອງນໍ້າບາກ ໄດ້ມີພິທີປະກາດສ້າງຕັ້ງ 4 ຕາແສງ ຂື້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມໃຫຍ່ຂອງເມືອງ ພາຍໃຕ້ການເປັນປະທານ ຂອງທ່ານ ສົມຫວັງ ພອນຄຳວົງສາ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ທ່ານຄໍາສະໝອນ ເພັດດາລາ, ຮອງເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນທັນ ຈັນທະສັກ, ປະທານຄະນະກໍາມະການປົກຄອງເມືອງ, ມີຄະນະປະຈຳພັກເມືອງ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າ, ລັດວິສາຫະກິດ, ນາຍບ້ານ, ຮອງນາຍບ້ານ 68 ບ້ານທີ່ຂຶ້ນກັບ 4 ຕາແສງເຂົ້າຮວ່ມ.


ໃນພິທີ ໄດ້ຮັບຊົມການສະແດງ ບົດຟ້ອນ ຂອງນ້ອງນັກຮຽນ ມສ ນໍ້າບາກ ແລະ ຕົວແທນບ້ານອ້ອມຂ້າງບັນດາເຜົ່າ ເພື່ອເປັນການຕ້ອນຮັບພິທີສ້າງຕັ້ງຕາແສງ. ຈາກນັ້ນ, ໄດ້ຮັບຟັງການຜ່ານບົດລາຍງານການກະກຽມສ້າງ ຕັ້ງ 4 ຕາແສງ ຄື: 1). ຕາແສງນາຍາງ, ຈຸດທີ່ຕັ້ງຂອງສໍານັກງານຕາແສງ ຕັ້ງຢູ່ບ້ານນາຍາງເໜືອ; 2). ຕາແສງນໍ້າບາກ,ຈຸດທີ່ຕັ້ງຂອງສຳນັກງານຕາແສງ ຕັ້ງຢູ່ບ້ານໂພນສະອາດ ເທດສະບານເມືອງ; 3). ຕາແສງປາກມອງ, ຈຸດທີ່ຕັ້ງຂອງສຳນັກງານຕາແສງ ຕັ້ງຢູ່ບ້ານປາກມອງ; 4). ຕາແສງນໍ້າງາ, ຈຸດທີ່ຕັ້ງຂອງສຳນັກງານຕາແສງ ຕັ້ງຢູ່ບ້ານນໍ້າງາ ທົ່ວເມືອງນໍ້າບາກ ລວມມີ 5 ຕາແສງ ສໍາລັບຕາແສງ ສີວິໄລ ແມ່ນໄດ້ປະກາດໄປກອນໜ້ານີ້ແລ້ວ.


ຈາກນັ້ນໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກແຂວງ ວ່າດວ້ຍການອານຸມັດສ້າງຕັ້ງອົງຄະນະພັກຕາແສງຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດວ້ຍການສ້າງຕັ້ງຕາແສງ, ມະຕິຕົກລົງຂອງເລຂາພັກເມືອງ ວ່າດວ້ຍການແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ກຳມະການອົງຄະນະພັກຕາແສງ, ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດວ້ຍການແຕ່ງຕັ້ງ ປະທານ-ຮອງປະທານຕາແສງ, ແຕ່ງຕັ້ງຫົວໜ້າໜວ່ຍງານ ແລະ ພະ ນັກງານຊວ່ຍວຽກ ຂອງຕາແສງຈຳນວນໜື່ງ. ຕອນທ້າຍພິທີ ປະທານໄດ້ມີຄຳເຫັນ ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ທາງຄະນະຮັບຜິດຊອບໄດ້ເອົາໃຈໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການປະກາດສ້າງຕັ້ງຕາແສງ ພ້ອມທັງໃຫ້ນໍາເອົາເນື້ອໃນຈິດໃຈ, ຄວາມໝາຍຄວາມສຳຄັນ, ພາລະບົດບາດ ຂອງການສ້າງຕັ້ງຕາແສງ ລົງໂຄສະນາ, ເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິງ ເນັ້ນໜັກໃຫ້ບັນດາສະຫາຍທີ່ຖືກແຕ່ງຕັ້ງຮັບ ຜິດຊອບຕາແສງ ຝຶກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພື່ອເຮັດຫຼອນໜ້າທີ່, ເອົາໃຈໃສ່ພັດທະນາ, ຕິດຕາມ, ຊຸກຍູ້ແກ້ໄຂຄວາມທຸກຍາກຂອງປະຊາຊົນຕາມວາລະແຫ່ງຊາດໄດ້ກຳນົດໄວ້ ເພື່ອພັດທະນາບ້ານ ພັດທະນາຕາແສງໃຫ້ຈະເລີນຮຸ່ງເຮືອງ. ປະທານ ແລະ ແຂກທຸກພາກສວ່ນໄດ້ພ້ອມກັນຮ່ວມເປີດປ້າຍສຳນັກງານຕາແສງ ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອຮັບຮອງເອົາ 4 ຕາແສງຢ່າງເປັນທາງການ.

ຂ່າວ: ທ.ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງນ້ຳບາກ
ກວດແກ້: ຄະນະໂຄສະນາອົບຮົມແຂວງ