ພະນັກງານ ຄະນະໂຄສະນາອົບຮົມແຂວງ ຫວນຄືນມູນເຊື້ອສອງວັນປະຫວັດສາດ

ໃນວັນທີ 2 ກັນຍາ 2026, ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ໄດ້ຈັດພິທີປາຖະ ກະຖາຫວນຄືນມູນເຊື້ອສອງວັນປະຫວັດສາດຂອງຊາດ ຄື: ວັນຄ້າຍວັນເກີດປະທານ ສຸພານຸວົງ ຄົບຮອບ 117 ປີ ແລະ ວັນຢຶດອຳນາດທົ່ວປະເທດ ຄົບຮອບ 81 ປີ, ທີ່ຫ້ອງປະຊຸມສະຖານີໂທລະ ພາບແຂວງ. ໃຫ້ກຽດປາຖະກະຖາ ໂດຍ ທ່ານ ທອງຈັນ ລັດຕະນະປະດິດ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄະນະ ແລະ ພະນັກງານເຂົ້າຮ່ວມຮັບຟັງ.

ໃນພິທີ, ທ່ານ ທອງຈັນ ລັດຕະນະປະດິດ ໄດ້ຫວນຄືນປະຫວັດ ແລະ ຄຸນງາມຄວາມດີຂອງປະທານ ສຸພານຸວົງ, ທ່ານ ປະທານ ສຸພານຸວົງ ເກີດວັນທີ 13 ກໍລະກົດ 1909 ທີ່ນະຄອນ-ຫຼວງພະບາງ. ທ່ານໄດ້ສຶກສາຢູ່ປະເທດຝຣັ່ງ ແລະ ສຳເລັດດ້ານວິສະວະກຳ. ຕໍ່ມາ ໄດ້ເຂົ້າຮ່ວມພາລະກິດຕໍ່ສູ້ກູ້ຊາດ ແລະ ເປັນຜູ້ນຳສຳຄັນຂອງຂະບວນການປະຕິວັດລາວ.
ພາຍຫຼັງການສະຖາປະນາ ສປປ ລາວ ໃນປີ 1975, ປະທານ ສຸພານຸວົງ ໄດ້ຮັບຕຳແໜ່ງເປັນປະທານປະເທດຄົນທຳອິດ ແລະ ປະທານຄະນະປະຈຳສູນກາງແນວລາວສ້າງຊາດ. ທ່ານເປັນຄົນດຸໝັ່ນ, ສະແຫວ່ງຫາຄວາມຮູ້, ມີແບບແຜນຊີວິດລຽບງ່າຍ, ມີວິໄນ, ຊື່ສັດ ແລະ ປະຢັດ ມີຄຸນສົມ ບັດທີ່ດີເລີດ ພວກເຮົາຄົນຮຸ່ນໜຸ່ມຄວນສືບທອດ.

ສຳລັບວັນຢຶດອຳນາດທົ່ວປະເທດ, ທ່ານໄດ້ກ່າວເຖິງວັນທີ 23 ສິງຫາ 1945 ແລະ 23 ສິງຫາ 1975, ເຊິ່ງທັງສອງໄລຍະດັ່ງກ່າວນັ້ນ ເປັນຂີດໝາຍສຳຄັນຂອງການລຸກຮືຂຶ້ນຕໍ່ສູ້ຂອງປະ ຊາຊົນລາວ ເພື່ອຄວາມເປັນເອກະລາດ ແລະ ອະທິປະໄຕ. ມາຮອດວັນທີ 23 ສິງຫາ 2026 ແມ່ນຄົບຮອບ 81 ປີ, ເຊິ່ງທັງໝົດນີ້ເປັນຫວນຄືນວິລະກຳ ແລະ ຜົນງານຂອງບັນດາຜູ້ນຳ ແລະ ປະຊາຊົນລາວ ຜູ້ໄດ້ອຸທິດຕົນໃນພາລະກິດຕໍ່ສູ້ເພື່ອຊາດ.

ການປາຖະກະຖາຄັ້ງນີ້ ມີຈຸດປະສົງເພື່ອຫວນຄືນມູນເຊື້ອ ແລະ ສຶກສາບົດຮຽນຈາກບັນ ດາຜູ້ນຳ ແລະ ນັກປະຕິວັດຮຸ່ນກ່ອນ ເພື່ອໃຫ້ພະນັກງານຮຸ່ນສືບທອດນຳເອົາຄຸນງາມຄວາມດີ, ຄວາມຮັບຜິດຊອບ ແລະ ຈິດໃຈອຸທິດຕົນ ໄປເປັນບົດຮຽນໃນການປະຕິບັດໜ້າທີ່ ແລະ ພັດທະນາວຽກງານໃນປັດຈຸບັນ.
ຂ່າວ: ຄະນະໂຄສະນາອົບຮົມແຂວງ