ມະຫາຊົນຜູ້ກ້າວໜ້າ 9 ຄະນະພັກຮາກຖານ ເຂົ້າຮຽນເອກະສານ ເພື່ອກ້າວເຂົ້າເປັນສະມາຊິກພັກ

ມະຫາຊົນຜູ້ກ້າວໜ້າ 9 ຄະນະພັກຮາກຖານ ເຂົ້າຮຽນເອກະສານ ເພື່ອກ້າວເຂົ້າເປັນສະມາຊິກພັກ

ລະຫວ່າງວັນທີ 3-4 ກັນຍາ 2026 ນີ້, ຄະນະໂຄສະນາອົບຮົມ ແຂວງຫຼວງພະບາງ ໄດ້ຈັດພິທີເປີດຊຸດອົບຮົມມະຫາຊົນທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ຊຸດທີ VI ທີ່ມາຈາກ 9 ຄະນະພັກຮາກຖານຄື: ຈໍານວນ 33 ສະຫາຍ ຍິງ 9 ສະຫາຍ, ໃຫ້ກຽດເປັນປະທານຂອງ ສະຫາຍ ທອງຈັນ ລັດຕະນະປະດິດ, ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫຼວງພະບາງ, ພ້ອມດ້ວຍຄະນະຮັບຜິດຊອບ ແລະ ບັນດາມະຫາຊົນທີ່ມີຄວາມກ້າວໜ້າ.

ປະທານພິທີ ໄດ້ມີຄໍາເຫັນກ່າວເປີດຊຸດຮຽນຄັ້ງນີ້ວ່າ: ມີຄວາມສໍາຄັນຢ່າງຍິ່ງ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວທາງນະໂຍບາຍ, ປະຫວັດຄວາມເປັນມາຂອງພັກ ແລະ ພາລະບົດບາດຂອງສະມາຊິກພັກ ຕໍ່ພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ເພື່ອເຮັດໃຫ້ມະຫາຊົນໄດ້ຮັບຮູ້ ແລະ ເຂົ້າ ໃຈແຈ້ງ ກ່ຽວກັບການກໍາເນີດຂອງພັກປະຊາຊົນປະຕິວັດລາວ ໃນແຕ່ລະໄລຍະ, ການເຕີບໃຫຍ່ຂະຫຍາຍຕົວ, ມູນ ເຊື້ອອັນພິລະອາດຫານ, ແນວທາງປ່ຽນແປງໃໝ່, ຍຸດທະສາດການພັດທະນາຂອງພັກ, ລວມທັງກົດລະບຽບ ແລະ ພາລະບົດບາດຂອງພັກ ໃນການຊີ້ນຳ-ນຳພາທົ່ວສັງຄົມ. ການຮ່ຳຮຽນເອກະສານສຳຄັນຂອງພັກ ແມ່ນມີຄວາມຈຳ ເປັນຢ່າງຍິ່ງຕໍ່ມະຫາຊົນຜູ້ທີ່ກຳລັງຈະກ້າວເຂົ້າສູ່ການເປັນສະມາຊິກພັກ. ເພາະເອກະສານເຫຼົ່ານັ້ນ ແມ່ນບ່ອນລວມຂອງແນວຄິດ, ອຸດົມການ, ທິດສະດີ, ປະສົບການ ການຕໍ່ສູ້ ແລະ ແນວທາງການນຳພາຂອງພັກ ຕະຫຼອດໄລຍະຜ່ານມາ. ໂດຍຜ່ານການຮຽນຮູ້ເອກະສານພັກ, ມະຫາຊົນຈະສາມາດເສີມສ້າງຄວາມໜັກແໜ້ນ ດ້ານການເມືອງແນວຄິດ, ເຂົ້າໃຈຢ່າງເລິກເຊິ່ງເຖິງອຸດົມການສັງຄົມນິຍົມ ແລະ ແນວທາງປ່ຽນແປງໃໝ່ຂອງພັກ, ເຊິ່ງເປັນເຂັມທິດນຳພາທຸກການເຄື່ອນໄຫວ ແລະ ການຕັດສິນໃຈ. ພ້ອມກັນນີ້, ຍັງຈະຊ່ວຍຍົກສູງຄວາມຮູ້ຄວາມສາມາດໃນການຈັດ ຕັ້ງປະຕິບັດ, ສາມາດນຳເອົາເນື້ອໃນຈິດໃຈຂອງເອກະສານພັກ ໄປໝູນໃຊ້ເຂົ້າໃນໜ້າທີ່ວຽກງານຕົວຈິງຂອງຕົນ, ກາຍເປັນກຳລັງແຮງທີ່ສຳຄັນໃນການພັດທະນາຊຸມຊົນ ແລະ ອົງການຈັດຕັ້ງ. ການຮຽນຮູ້ເອກະສານພັກຍັງຈະເສີມສ້າງຄວາມສັດຊື່ບໍລິສຸດຕໍ່ພັກ-ລັດ ແລະ ປະຊາຊົນ, ເຂົ້າໃຈເຖິງຄວາມເສຍສະຫຼະອັນສູງສົ່ງຂອງພັກ, ເຊິ່ງເປັນພື້ນ ຖານໃຫ້ແກ່ການສ້າງຄວາມເຊື່ອໝັ້ນ ແລະ ຄວາມໄວ້ວາງໃຈ, ທັງເປັນການກະກຽມຄວາມພ້ອມກ່ອນເຂົ້າເປັນສະມາ ຊິກພັກ ເພື່ອໃຫ້ມະຫາຊົນເຂົ້າໃຈເຖິງສິດ, ໜ້າທີ່, ກົດລະບຽບ ແລະ ຄວາມຮຽກຮ້ອງຕ້ອງການຂອງການເປັນສະມາຊິກພັກທີ່ດີ.

ເນື້ອໃນເອກະສານ ສໍາລັບຊຸດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າທີ່ຈະເຂົ້າເປັນສະມາ ຊິກພັກຄັ້ງນີ້ ປະກອບມີ 20 ຄໍາຖາມ ແລະ 20 ຄໍາຕອບ ຕາມເນື້ອໃນກອງປະຊຸມໃຫ່ຍສູນກາງພັກ ໂດຍສະເພາະແມ່ນຄະນະໂຄສະນາອົບຮົມສູນກາງພັກກໍານົດໃຫ້, ເຊິ່ງປະກອບມີ: ພັກການເມືອງແມ່ນຫຍັງ ແລະເປັນຫຍັງຈຶ່ງມີພັກການເມືອງ?. ລະບອບການເມືອງຢູ່ສປປລາວແມ່ນເເນວໃດ?. ລະບົບການເມືອງແມ່ນຫຍັງແລະລະບົບການເມືອງຢູ່ສປປລາວປະກອບມີຫຍັງເເດ່?. ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າງ ຕັ້ງຂຶ້ນຄື ແນວໃດ?. ພັກປະຊາຊົນປະຕິວັດລາວແມ່ນພັກແນວໃດ?. ພັກປະຊາຊົນປະຕິວັດລາວຈັດຕັ້ງຕາມຫຼັກການອັນໃດແດ່?. ພັກປະຊາຊົນປະຕິວັດລາວມີລະບົບສາຍໃຍການຈັດຕັ້ງຄື ແນວໃດ?. ລະບົບການຈັດຕັ້ງພັກປະຊາຊົນປະຕິວັດລາວມີຈັກຂັ້ນແລະຂັ້ນໃດເເດ່?. ພັກປະຊາຊົນປະຕິວັດລາວປະກອບດ້ວຍບຸກຄົນຄື ແນວໃດແດ່?. ສະມາຊິກພັກປະຊາຊົນປະຕິວັດລາວຮັບ ຜິດຊອບຕໍ່ໃຜແລະຮັບໃຊູ້ຜູ້ໃດ?. ພັກປະຊາຊົນປະຕິ ວັດລາວມີວັດຖຸປະສູງແລະອຸດົມການຄືແນວໃດ?. ພັກປະຊາຊົນປະຕິວັດລາວມີທາດແທ້ແນວໃດແດ່?. ບົດ ບາດການນໍາພາຂອງພັກປະຊາຊົນປະຕິວັດລາວສະເເດງອອກຄື ແນວໃດ?. ມາດຕະຖານຂອງສະມາຊິກພັກແລະເງື່ອນໄຂຂອງມະຫາຊົນຜູ້ທີື່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວມີແນວໃດ?. ສະມາຊິກພັກປະຊາຊົນປະຕິວັດລາວມີສິດແລະ ໜ້າທີື່ຫຍັງແດ່?. ຂໍ້ຫ້າມສໍາລັບສະມາຊິກພັກປະຊາຊົນປະຕິວັດລາວມີຫຍັງແດ່?.  ເຂົ້າເປັນສະມາ ຊິກພັກປະຊາຊົນປະຕິວັດລາວເພື່ອຫຍັງ?. ຖູ້າໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວຈະປົກປ້ອງບົດບາດ, ກຽດສັກສີຂອງພັກເຮົາແນວໃດ? ເຂົ້າເປັນສະມາຊິກພັກປະຊາຊົນປະ ຕິວັດລາວແລ້ວຕ້ອງມີຄຸນທາດການເມືອງແລະຄຸນສົມບັດສິນທໍາປະຕິວັດຢ່າງໜັກແໜ້ນແລະເຂັ້ມງວດຄືແນວ ໃດ?. ໄດ້ເຂົ້າເປັນສະມາຊິກພັກປະຊາຊົນປະຕິວັດລາວແລ້ວຕ້ອງເປັນແບບຢ່າງນໍາໜ້າທີື່ດີໃຫ້ເເກ່ມະຫາຊົນຄືແນວໃດ? ເພື່ອເປັນບົດຮຽນພື້ນຖານຂອງພັກທີ່ໄດ້ຮັບຈາກການຕໍ່ສູ້ ແລະ ການສ້າງສາພັດທະນາປະເທດ ຊຸດຝຶກອົບຮົມຄັ້ງນີ້ແມ່ນໃຊ້ເວລາ 2 ວັນຈຶ່ງສຳເລັດ.

ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa