ພິທີເຊື່ອມຊຶມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ປະກາດແຕ່ງຕັ້ງ ນາຍຕຳຫຼວດ ກອງບັນຊາການ ປກສ ເມືອງວຽງຄຳ.

ໃນຕອນເຊົ້າຂອງວັນທີ່ 27 ພະຈິກ 2025 ນີ້, ຢູ່ທີຫ້ອງປະຊຸມຂອງ ກອງບັນຊາການ ປກສ ເມືອງວຽງຄໍາແຂວງຫລວງພະບາງ ໄດ້ຈັດພິທີເຊື່ອມຊຶມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກກອງບັນ ຊາການ ປກສ ແຂວງຫຼວງພະບາງ ແລະ ປະກາດການແຕ່ງຕັ້ງ ນາຍຕຳຫຼວດ ກອງບັນຊາການ ປກສ ເມືອງວຽງຄຳ.
ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ສະຫາຍ ພັອ ອ່ອນຈັນ ວິໄລຈິດ ຄະນະພັກ ຮອງກອງບັນຊາການ ປກສ ແຂວງຫຼວງພະບາງ ແລະ ສະຫາຍ ວັນໂຈຍ ວາຊົວລີ ຮອງເລຂາຄະນະບໍລິຫານງານພັກເມືອງ ຫົວຫນ້າຫ້ອງການຄະ ນະຈັດຕັ້ງເມືອງ, ມີກຳມະການພັກເມືອງ, ຄະນະຈັດຕັ້ງເມືອງ, ຫ້ອງວ່າການປົກຄອງເມືອງແຂກຖືກເຊີນອ້ອມຂ້າງເມືອງ ຕະຫຼອດຮອດນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ສົມສີ ເພັດມະນີ ຂື້ນຜ່ານມະຕິຕົກລົງຂອງຄະນະປະຈໍາພັກແຂວງວ່າດ້ວຍການຮັບຮອງຜົນການເລືອກຕັ້ງກອງປະຊຸມໃຫຍ່ຜູ້ແທນຄັ້ງທີ IV ຂອງອົງຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ພ້ອມດຽວກັນນັ້ນ ທ່ານ ພັອ ອ່ອນຈັນ ວິໄລຈິດ ຄະນະພັກ ຮອງກອງບັນຊາການ ປກສ ແຂວງຫຼວງພະບາງ ກໍ່ໄດ້ຂື້ນເຜີຍແຜ່ເຊື່ອມຊຶມ ເອກະສານຜົນສຳເລັດກອງປະຊຸມໃຫຍ່ອົງຄະນະພັກກອງບັນຊາການປ້ອງກັນຄວາມສະຫງົບແຂວງຫຼວງພະບາງ ຄັ້ງທີ IV ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດ ວຽກງານປົກປັກຮັກສາຄວາມສະຫງົບທາງດ້ານການເມືອງ, ໄດ້ປະສານສົມທົບແໜ້ນກັບກຳລັງປ້ອງກັນຊາດ, ອົງການປົກຄອງທ້ອງຖິ່ນ ຢູ່ເຂດຈຸດສຸມຢຸດທະສາດ ແລະ ຫັນເອົາກໍາລັງລົງກໍ່ສ້າງຮາກຖານການເມືອງໂດຍສຸມໃສ່ 9 ກຸ່ມເທດສະບານ ນະຄອນ ຫຼວງພະບາງ, ກຸ່ມນໍ້າຖ້ວມ, ກຸ່ມຊົ່ງຈ່າ ເມືອງນໍ້າບາກ, ເຂດຈຸດສຸມລຽບຕາມຊາຍແດນ ລາວ-ຫວຽດນາມ ເມືອງໂພນທອງ ສາມາດແກ້ໄຂບັນດາປັດໃຈໜໍ່ແໜງກໍ່ຄວາມບໍ່ສະຫງົບໄດ້ຢ່າງທັນການ, ປະກອບອຸປະກອນເຕັກນິກ ຮັບໃຊ້ເຂົ້າໃນການຮັກ ສາຄວາມສະຫງົບ ທາງດ້ານການສື່ສານ, ຕິດພັນກັບການແກ້ໄຂເປົ້າໝາຍສວຍໃຊ້ສື່ສັງຄົມອອນລາຍ, ອິນເຕີເນັດ, ພ້ອມທັງເອົາໃຈໃສ່ ວຽກງານປ້ອງກັນການນໍາພັກ-ລັດ ແລະ ອົງການຈັດຕັ້ງສາກົນ, ກອງປະຊຸມ ແລະ ງານສໍາຄັນຕ່າງໆໃຫ້ມີຄວາມປອດໄພ, ປັບປຸງອຸປະກອນຮັບໃຊ້ວິຊາສະເພາະ ກວດກາຄົນເຂົ້າ-ອອກ ເມືອງ, ຄຸ້ມຄອງຄົນຕ່າງ ປະເທດ, ຄຸ້ມຄອງນັກທ່ອງທ່ຽວໃຫ້ເຂົ້າສູ່ລະບຽບຫຼັກການ.

ໂອກາດດຽວກັນນີ້ ສະຫາຍ ພັທ ສົມສີ ເພັດມະນີ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງຫຼວງພະບາງ ສະບັບເລກທີ 2735/ປກສ ລົງວັນທີ 25 ກັນຍາ 2025. ແຕ່ງຕັ້ງ ສະ ຫາຍ ພັທ ບຸນຈີນ ບຸດລິນດາ ເປັນຮອງກອງບັນຊາການ ປກສ ເມືອງວຽງຄຳ ແຂວງຫຼວງພະບາງ.

ໃນໂອກາດທີ່ມີຄວາມຫມາຍສຳຄັນນີ້, ສະຫາຍ ພັອ ອ່ອນຈັນ ວິໄລຈິດ ຄະນະພັກ ຮອງກອງບັນຊາການ ປກສ ແຂວງ ໄດ້ມີຄຳ ເຫັນໂອ້ລົມຕໍ່ພິທີ, ພ້ອມທັງຮຽກຮ້ອງໃຫ້ຜູ້ທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງຍົກສູງ ຄວາມຮັບ ຜິດຊອບໜ້າທີ່ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເອົາໃຈໃສ່ຊີ້ນຳ-ນຳພາຂົງເຂດວຽກງານຕາມພາລະບົດບາດຂອງກົມກອງ, ຕັ້ງໜ້າເຝິກຝົນຫຼໍ່ຫຼອມຕົນເອງໃນທຸກດ້ານ, ເພີ່ມທະວີຄວາມສາ ມັກຄີພາຍໃນໃຫ້ເປັນປຶກແຜ່ນ ແໜ້ນໜາ, ປະຕິບັດຫຼັກການລວມສູນປະຊາທິປະໄຕເຮັດວຽກເປັນໝູ່ຄະນະ, ແບ່ງຄວາມຮັບຜິດຊອບໃຫ້ບຸກຄົນຢ່າງຈະແຈ້ງ,
ພາບ-ຂ່າວ: ທ.ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງວຽງຄຳ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ