ການນໍາ ແຂວງຫຼວງພະບາງ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາລ ຄົບຮອບ 50 ປີ

ການນໍາ ແຂວງຫຼວງພະບາງ ວາງກະຕ່າດອກໄມ້ ເນື່ອງໃນໂອກາດວັນສະຖາປະນາ ສປປ ລາລ ຄົບຮອບ 50 ປີ

ຕອນເຊົ້າວັນທີ 1 ທັນວາ 2025 ບັນດາສະຫາຍການນໍາ ພັກ-ລັດ ຂອງແຂວງຫຼວງພະບາງ ນໍາໂດຍ ສະຫາຍ ບຸນເລື່ອມ ມະນີວົງ ເລຂາ ຄະນະບໍລິຫານງານພັກແຂວງ ໄດ້ເຂົ້າວາງພວງມາລາ ຢູ່ອານຸສາວະລີນັກຮົບນິລະນາມ,ຈາກນັ້ນ ກໍໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ໜ້າຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ ຢູ່ບ້ານ ພະບາດໃຕ້ ແລະປະທານ ສຸພານຸວົງ ຢູ່ບ້ານ ນາວຽງຄໍາ ນະຄອນ ຫຼວງພະບາງ ເນື່ອງໃນໂອກາດສະເຫຼີມສະຫຼອງວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຄົບຮອບ 50 ປີ (2/12/1975) ແລະວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີທີ່ຈະມາເຖິງໃນນີ້.

ໂອກາດດັ່ງກ່າວນີ້ ສະຫາຍ ບຸນເລື່ອມ ມະນີ້ວົງ ໄດ້ຕາງໜ້າການນໍາແຂວງ ເຂົ້າວາງພວງມາລາ ແລະກະຕ່າດອກໄມ້ ຢູ່ບັນດາອານຸສາວະລີ ດັ່ງກ່າວ ເພື່ອເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ ແລະບໍ່ຍອມຈໍານົນຂອງບັນພະບູລຸດລາວ ກໍຄືບັນດານັກຮົບປະຕິວັດ ໂດຍສະເພາະ ກໍແມ່ນປະທານ ໄກສອນ ພົມວິຫານ ແລະປະທານ ສຸພານຸວົງ ທີ່ໄດ້ເສຍສະຫຼະຊີວິດ, ເລືອດເນື້ອ, ເຫື່ອແຮງ, ສຸມສະຕິປັນຍາ ເພື່ອພາລະກິດປະຕິວັດ ຢ່າງອົງອາດກ້າຫານ ພາຍໃຕ້ການນຳພາ-ຊີ້ນໍາຂອງພັກ ສາມາດຍາດໄດ້ໄຊຊະນະເທື່ອລະກ້າວ ຈົນໄດ້ຮັບໄຊຊະນະຢ່າງສົມບູນ, ສາມາດຢຶດອຳນາດດ້ວຍ 3 ບາດຄ້ອນຍຸດທະສາດ ແລະ ປະກາດເອກະລາດ, ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975.

ການເຂົ້າວາງກະຕ່າດອກໄມ້ຄັ້ງນີ້, ຍັງສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ ປະທານ ໄກສອນ ພົມວິຫານ ເນື່ອງໃນວັນຄ້າຍວັນເກີດ ຂອງປະທານ, ເພື່ອລະນຶກເຖິງ ຜົນງານ ແລະຄຸນງາມຄວາມດີຂອງ ປະທານ, ເຊິ່ງປະທານ ໄດ້ກາຍເປັນຕົວແທນລວມຍອດແຫ່ງຄວາມຮັກຊາດ ແລະເປັນສັນຍາລັກແຫ່ງຊາດລາວວິລະຊົນ, ຄົນລາວພິລະອາດຫານ ຊຶ່ງຜົນງານ ແລະ ຄຸນງາມຄວາມດີຂອງເພິ່ນ ໄດ້ຈາລຶກໃນຄວາມຊົງຈໍາຂອງປະຊາຊົນລາວບັນດາເຜົ່າຕະຫຼອດໄປ ແລະຍັງມີຄວາມໝາຍສຳຄັນຍິ່ງ ເພາະນີ້ເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນຂອງບັນດາສະຫາຍການນໍາຂັ້ນສູງຂອງພັກ-ລັດ ຕໍ່ບັນພະບູລຸດ ກໍຄືນັກຮົບປະຕິວັດ ແລະບັນດາປະຊາຊົນລາວບັນດາເຜົ່າຜູ້ຮັກຊາດອັນດູດດື່ມ ທີ່ໄດ້ເສຍສະຫຼະເພື່ອເອກະລາດ ຂອງຊາດ, ຂອງປະຊາຊົນ ໃນທ່າມກາງບັນຍາກາດອັນຄຶກຄື້ນເບີກບານ ພ້ອມກັນຂໍ່ານັບຮັບຕ້ອນເພື່ອສະເຫຼີມສະຫຼອງ 2 ວັນປະຫວັດສາດທີ່ສຳຄັນຂອງພັກ, ຂອງຊາດ; ກໍຄືວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະວັນເກີດຂອງ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີໃຫ້ມີບັນຍາກາດຟົດຟື້ນອີກດ້ວຍ

ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa