ພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ແກ່ພະນັກງານອາວຸໂສບຳນານ-ພະນັກງານຫຼັກແຫຼ່ງ ພາຍໃນແຂວງຫຼວງພະບາງ

ຕອນເຊົ້າວັນທີ 1 ທັນວາ 2025 ນີ້ ແຂວງຫຼວງພະບາງ ໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະ ຖາປະນາ ສປປ ລາວ (ວັນທີ 2 ທັນວາ 1975-2 ທັນວາ 2025) ຂຶ້ນຢູ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ມີ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເຈົ້າແຂວງຫຼວງພະບາງ, ພ້ອມດ້ວຍພະນັກງານອາວຸໂສບຳນານ ອະດີດການນຳຂອງແຂວງ ແລະພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ໃນພິທີ ໄດ້ມີການຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ຈາກນັ້ນ ທ່ານ ວົງສະຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ ໄດ້ໃຫ້ກຽດປະດັບຫຼຽນໃຫ້ແກ່ ທ່ານ ຄຳຂັນ ຈັນທະວີສຸກ ກຳມະການສູນກາງພັກ ເຈົ້າແຂວງຫຼວງພະບາງ ແລະ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ພ້ອມນັ້ນ ທ່ານ ຄຳຂັນ ຈັນທະວີສຸກ ແລະ ທ່ານ ບຸນເລື່ອມ ມະນີວົງ ໄດ້ໃຫ້ກຽດປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະ ນາ ສປປ ລາວ ໃຫ້ແກ່ບັນດາທ່ານອະດິດການນຳຂອງແຂວງ, ບັນດາກຳມະການປະຈຳພັກແຂວງ, ກຳມະ ການພັກແຂວງ ແລະຫົວໜ້າພະແນກການ-ກົມກອງ ອ້ອມຂ້າງແຂວງ ຢ່າງສົມກຽດ.

ໂອກາດນີ້ ທ່ານ ບົວທອງ ແພງສະຫວັນ ພະນັກງານບໍານານ ອະດີດການນຳຂອງແຂວງໄດ້ໃຫ້ສຳພາດວ່າ: ຮູ້ສຶກດີໃຈທີ່ປະເທດຊາດ ໄດ້ຮັບການພັດ ທະນາໃນປັດຈຸບັນ ເມື່ອທຽບໃສ່ແຕ່ກ່ອນ, ເຊີ່ງປັດຈຸບັນທົ່ວປະເທດໄດ້ມີໂສມໜ້າໃໝ່ຫຼາຍດ້ານ ນັບແຕ່ສູນກາງ ແລະທ້ອງຖີ່ນ ທຸກຂົງເຂດວຽກງານ ໄດ້ຮັບການພັດທະນາດີຂື້ນ.

ໂອກາດດຽວກັນ ທ່ານ ນາງ ວັນທອງ ພົມມາລີ ພະນັກງານບໍານານ ອະດີດປະທານສະຫະພັນແມ່ຍິງແຂວງໄດ້ສະແດງຄວາມຮູ້ສຶກດີໃຈ ທີ່ຍາມໃດພັກ-ລັດຖະບານ ໄດ້ເອົາໃຈໃສ່ເບີ່ງແຍງພະນັກງານບຳນານ ໃຫ້ມີຊີວິດການເປັນຢູ່ທີ່ດີ, ທັງໄດ້ມອບຫຼຽນກາລະນຶກ 50 ປີໃຫ້ ໃນໂອກາດ ສະເຫຼີມສະຫຼອງວັນສະຖາປພນາ ສປປ ລາວ ຄົບ ຮອບ 50 ປີ ທັງໄດ້ອວຍພອນແດ່ການນຳພັກ-ລັດ ແລະປະຊາຊົນລາວທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ ພ້ອມກັນພັດທະນາປະເທດຊາດໃຫ້ມັ່ງຄັ່ງເຂັ້ມແຂງ ຂື້ນໄປເລື້ອຍໆ.

ການປະດັບຫຼຽນໃນຄັ້ງນີ້ ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ການນຳ, ອະດີດການນຳ ແລະພະນັກງານສະມາ ຊິກພັກ ໃນປັດຈຸບັນທີ່ມີຜົນງານ, ຄຸນງາມຄວາມດີຕໍ່ການປະຕິວັດ, ຕໍ່ຊາດ ແລະຕໍ່ປະຊາຊົນລາວບັນດາເຜົ່າ, ທີ່ໄດ້ອຸ ທິດໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດ ຢ່າງພິລະອາດຫານຈົນສາມາດຍາດໄດ້ເອກະລາດ, ກ້າວໄປສູ່ການປົດປ່ອຍປະເທດຊາດໄດ້ຢ່າງສົມບູນ ແລະສະຖາປານາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975. ເຊີ່ງພາຍຫຼັງສຳເລັດການປະດັບຫຼຽນໃນຄັ້ງນີ້ ຄະນະຮັບຜິດຊອບ ຈະສືບຕໍ່ການປະດັບຫຼຽນໃຫ້ແກ່ ພະນັກງານບຳນານ ແລະພະນັກງານຫຼັກແຫຼ່ງປະຈຳການ ໃຫ້ສຳເລັດໃນໄຕມາດ I ຂອງປີ 2026.

ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ