ກອງປະຊຸມສະໄໝ ສາມັນເທື່ອທີ່ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV

ໃນວາລະດຳເນີນກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ IV, ໃນວັນທີ 16 ທັນວາ 2025 ນີ້ ທີ່ສະໂມສອນໃຫຍ່ຫ້ອງວ່າການແຂວງ, ໂດຍເປັນປະທານຂອງ ທ່ານ ວົງສະ ຫວັນ ເທບພະຈັນ ປະທານສະພາປະຊາຊົນແຂວງ, ມີການນຳຂອງແຂວງ, ອະດິດສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງທີ 6 ແລະ ສະມາຊິກສະພາປະຊາຊົນແຂວງ, ພ້ອມດ້ວຍແຂກຮັບເຊີນ ເຂົ້າຮ່ວມ.

ວາລະກອງປະຊຸມ ທ່ານ ຄໍາຂັນ ຈັນທະວີສຸກ ກຳມະການສູນກາງພັກ, ເຈົ້າແຂວງຫຼວງພະບາງ ໄດ້ຂື້ນລາຍງານໂດຍສັງເຂບໃນການປະຕິບັດວຽກງານ ໄລຍະສອງສະໄໝຜ່ານມາ ຍົກໃຫ້ເຫັນບັນດາຜົນງານ ແລະຜົນສຳເລັດຫຼາຍດ້ານ ທັງໄດ້ກ່າວລາໜ້າທີ່ ແລະມອບໃຫ້ ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ແລະສະມາຊິກສະພາປະຊາຊົນແຂວງ ພ້ອມກັນຄົ້ນຄວ້າຜູ້ມີມາດຖານເງື່ອນໄຂຄົບຖ້ວນ ເຂົ້າເປັນປະທານຄະນະກຳມະການປົກຄອງແຂວງ ເພື່ອສືບຕໍ່ນຳພາວຽກງານຂອງອົງການປົກຄອງແຂວງຫຼວງພະບາງໃນຕໍ່ໜ້າ.

ຈາກນັ້ນ ທ່ານ ສີງຕັນ ໄຊລືຊົງ ຮອງປະທານສະພາປະຊາຊົນແຂວງ ໄດ້ຕາງໜ້າຄະນະປະຈຳສະພາປະຊາຊົນແຂວງ ຂື້ນສະເໜີລາຍຊື່: ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ໃຫ້ຜູ້ແທນກອງປະຊຸມ ພ້ອມກັນຄົ້ນຄວ້າ ແລະພິຈາລະນາ-ຮັບຮອງເອົາ ເປັນປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ພ້ອມນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນລົງຄະແນນສຽງຮັບຮອງ ເປັນມະຕິກອງປະຊຸມຢ່າງເປັນເອກະສັນ 100%.

ໂອກາດດຽມກັນ ທ່ານ ບຸນເຫຼືອ ສີນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ ໄດ້ຂື້ນມີຄຳເຫັນ ສະແດງຄວາມຂອບໃຈ ຕໍ່ສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ, ສະມາຊິກສະພາປະຊາຊົນແຂວງ ແລະ ທຸກພາກສ່ວນ ທີ່ມີຄວາມໄວ້ວາງໃຈ ໃຫ້ດຳລົງຕຳເໜ່ງເປັນປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ.
ຈາກນັ້ນ ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ ໄດ້ສະເໜີລາຍຊື່: ທ່ານ ນາງ ວຽນວິໄລ ດີລະພັນ ແລະ ທ່ານ ຈີນດາວົງ ໂພສີຄຳ ໃຫ້ຜູ້ແທນກອງປະຊຸມ ພ້ອມກັນຄົ້ນຄວ້າ ແລະ ພິຈາລະນາ-ຮັບຮອງເອົາ ເປັນຮອງປະທານຄະນະກຳມະການປົກຄອງແຂວງ, ທັງສະເໜີໃຫ້ຜູ້ແທນກອງປະຊຸມ ພິຈາລະນາ-ຮັບຮອງເອົາ ໂຄງປະກອບກົງຈັກການຈັດຕັ້ງ ຂອງອົງການປົກຄອງແຂວງ ລວມມີ 14 ພະແນກການ ແລະ 3 ຫ້ອງການທຽບເທົ່າພ້ອມນັ້ນ ຜູ້ແທນກອງປະຊຸມ ໄດ້ພ້ອມກັນລົງຄະແນນສຽງຮັບຮອງ ເປັນມະຕິກອງປະຊຸມຢ່າງເປັນເອກະສັນ 100%.


ຂ່າວ: ຄະນະໂຄສະນາອົບຮົມແຂວງ (ທ. ບຸນທະວີ ສົມມະນີ)