ຄະນະໂຄສະນາອົບຮົມ 3 ແຂວງ ສປປ ລາວ ແລະ ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ສສ ຫວຽດນາມເຊັນບົດບັນທຶກຊ່ວຍຈຳຮ່ວມກັນ

ໃນວັນທີ 17 ທັນວາ 2025 ນີ້ ໄດ້ຈັດກອງປະຊຸມພົບປະແລກປ່ຽນລະຫວ່າງຄະນະຜູ້ແທນໂຄສະນາອົບ ຮົມ 3 ແຂວງຂອງ ສປປລາວ ແລະ ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ສສ ຫວຽດນາມ ທີ່ສະໂມສອນຮວາບານ (ດອກບານ) ແຂວງດຽນບຽນ ສສ ຫວຽດນາມ, ຄະນະຜູ້ແທນ ທັງ 2 ຝ່າຍໄດ້ພ້ອມກັນສັງເກດຕີລາຄາການປະຕິບັດເນື້ອໃນບົດບັນທຶກຊ່ວຍຈຳລະຫວ່າງຄະນະໂຄສະນາສຶກສາ ແລະ ຂົນຂວາຍ ຄະນະພັກແຂວງດຽນບຽນ ກັບຄະນະໂຄສະນາອົບຮົມ 3 ແຂວງຂອງ ສປປ ລາວທີ່ໄດ້ເຊັນກັນໃນເດືອນ ມິຖຸນາ 2019 ຜ່ານມາ.

ບົນພື້ນຖານບັນດາຄວາມເຂົ້າໃຈການພົວພັນຮ່ວມມື ລະຫວ່າງແຂວງດຽນບຽນ ກັບແຂວງອຸດົມໄຊ, ແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ, ນີ້ແມ່ນການປະຕິບັດໜ້າທີ່ການເມືອງ ຕ້ອງໄດ້ມີການພົວພັນເຖິງວຽກງານໂຄສະນາສຶກສາ, ໂຄສະນາອົບຮົມຂອງບັນດາແຂວງໃນໄລຍະຕໍ່ໜ້າ, ທັງ 2 ຝ່າຍໄດ້ເຫັນດີເປັນເອກະພາບຕໍ່ທິດທາງການຮ່ວມມືໃນໄລຍະຕໍ່ໄປ ຄື: ສືບຕໍ່ຍູ້ແຮງວຽກງານໂຄສະນາສຶກສາໃຫ້ແກ່ຖັນແຖວພະນັກງານ, ກຳລັງປະກອບອາວຸດ ແລະ ປະຊາຊົນບັນດາເຜົ່າຂອງບັນດາແຂວງກ່ຽວກັບມູນເຊື້ອໄມຕີຈິດມິດຕະພາບອັນຫຍິ່ງໃຫຍ່. ຄວາມສາມັກ ຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດ ນາມ, ຫວຽດນາມ-ລາວເວົ້າລວມ, ເວົ້າສະເພາະ ແຂວງດຽນບຽນ ສສ ຫວຽດນາມ ກັບ ແຂວງອຸດົມໄຊ, ແຂວງຜົ້ງສາລີ ແລະ ແຂວງຫຼວງພະບາງ; ໃນຂົງເຂດວຽກງານໂຄສະນາອົບຮົມ; ສືບຕໍ່ຮວມມືແລກປ່ຽນຂໍ້ມູນຂ່າວສານ, ປະ ສົບປະການ ແລະ ການປະສານສົມທົບກັນ ພ້ອມທັງເຄື່ອນໄຫວວຽກງານໂຄສະນາສຶກສາ, ໂຄ ສະນາອົບຮົມ ໃຫ້ມີປະສິດຖິຜົນສູງ; ສືບຕໍ່ສະໜອງເອກະສານດ້ານວິຊາສະເພາະ ເພື່ອຄົ້ນຄ້ວາ, ອ້າງອີງ, ພ້ອມກັນເພີ່ມທະວີໃນການຈັດຕັ້ງເຄື່ອນໄຫວແລກປ່ຽນປະສົບປະການເຊິ່ງກັນ ແລະ ກັນ, ວຽກງານເກັບກຳຫາງສຽງສັງຄົມ ແລະ ຖ້ອຍທຳນອງ ບິດເປືອນ, ຂອງບັນດາອິດທິກຳລັງບໍລະປັກ ທາງໄຊເບີ ແນໃສ່ລອກລວງ, ຄໍາໃສ່ຮ້າຍປ້າຍສີຕໍ່ຄວາມສາມັກຄີມິດຕະພາບ ລະຫວ່າງສອງຊາດ, ສອງພັກ; ສືບຕໍ່ແລກປ່ຽນປະສົບປະການໃນວຽກງານການຄຸ້ມຄອງ, ການຊີ້ນໍາໜັງສືພິມ, ວິທະຍຸ, ໂທລະພາບ; ບັນນາທິການຂໍ້ມູນຂ່າວສານ ແລະ ເຫັນດີເປັນເອກະພາບກັນຈັດກອງປະຊຸມພົບປະຄັ້ງຕໍ່ໄປ ໂດຍແມ່ນຄະນະໂຄສະນາອົບຮົມແຂວງອຸດົມໄຊ ສປປລາວ ຈະເປັນເຈົ້າພາບ, ໃນປີ 2027.

ການເຂົ້າຮ່ວມເຊັນບົດບັນທຶກຊ່ວຍຈຳໃນຄັ້ງນີ້ ຝ່າຍລາວ ຕາງໜ້າແຂວງອຸດົມໄຊ ໂດຍສະຫາຍ ນ. ມະນີຈັນ ວິໄລຈິດ, ກຳມະການປະຈຳພກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຕາງໜ້າແຂວງ ຜົ້ງສາລີ ໂດຍສະຫາຍ ນ. ພອນສະຫວັນ ສັກຕິຄຸນ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ; ຕາງໜ້າແຂວງຫຼວງພະບາງ ໂດຍສະຫາຍ ສົມຈິດ ສິງລໍຄຳ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ຝ່າຍຫວຽດນາມ ຕາງໜ້າແຂວງດຽນບຽນ ໂດຍສະຫາຍ ວື ອາບັງ ກຳມະການປະຈຳພັກແຂວງ ຫົວໜ້າຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ຊ່ອງໜ້າ ຄະນະໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ ຄະນະພັກແຂວງດຽນບຽນ ແລະຄະນະໂຄສະນາອົບຮົມ 3 ແຂວງຂອງ ສປປ ລາວເຂົ້າຮ່ວມ.
ບົນຈິດໃຈຄວາມສາມັກຄີ, ມິດຕະພາບແບບພິເສດ, ຄວາມໄວ້ເນື້ອເຊື່ອໃຈ ແລະ ນັບຖືເຊິ່ງກັນ ແລະ ກັນ ຄະນະຜູ້ແທນທັງ 2 ຝ່າຍ ພ້ອມກັນເຫັນດີເປັນຢ່າງສູງ ແລະຢັ້ງຢືນວ່າ: ວຽກງານໂຄສະນາສຶກສາ ແລະຂົນຂວາຍປະຊາຊົນ, ວຽກງານໂຄສະນາອົບຮົມ ມີບົດບາດສໍາຄັນທີ່ສຸດ, ປະກອບສ່ວນເສີມສ້າງຄວາມໄວ້ເນື້ອເຊື່ອໃຈ, ປັບປຸງໜັກແໜ້ນ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຢ່າງຮອບດ້ານລະ ຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມ-ລາວ, ລາວ-ຫວຽດນາມ ນັບມື້ນັບໜັກແໜ້ນຍິ່ງໆຂຶ້ນ.
ຂ່າວ: ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ