ເມືອງວຽກຄຳ ແຂວງຫຼວງພະບາງ ປືກສາຫາລືກະກຽມສ້າງຕັ້ງຕາແສງ

ຕອນເຊົ້າວັນທີ 14 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງຫ້ອງວ່າການ ເມືອງວຽງຄໍາໄດ້ຈັດກອງປະຊຸມປືກສາຫາລືກະກຽມສ້າງຕັ້ງຕາແສງ ໂດຍການເປັນປະທານ ຂອງທ່ານ ວັນໂຈຍ ວາຊົວລີ, ຮອງເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຫ້ອງການຄະນະຈັດຕັ້ງເມືອງ, ມີຄະນະຮັບຜິດຊອບຂັ້ນເມືອງ, ຜູ້ຕາງໜ້າການຈັດ ຕັ້ງບ້ານ ແລະ ເຖົ້າແກ່ທີ່ຂື້ນກັບກຸ່ມບ້ານແສ້, ບ້ານໃຫຍ່ວຽງຄຳ, ບ້ານດອນຄູນ ເຂົ້າຮ່ວມຢ່າງພ້ອມພຽງ.

ເຊິ່ງໃນກອງປະຊຸມກໍ່ໄດ້ຜ່ານຄຳແນະນຳ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການສ້າງຕັ້ງຕາແສງ ສະ ບັບເລກທີ 431/ຄຈສພ ລົງວັນທີ 17 ຕຸລາ 2025. ເພື່ອຜັນຂະຫຍາຍເນື້ອໃນ ຂອງກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ກ່ຽວກັບຕາແສງ ໃຫ້ລະອຽດ, ຈະແຈ້ງ, ແນໃສ່ເຮັດໃຫ້ເຂົ້າໃຈເປັນເອກະພາບໃນການຈັດຕັ້ງປະຕິບັດ ເພື່ອເປັນບ່ອນອີງໃຫ້ອົງການປົກຄອງທ້ອງຖິ່ນ ດຳເນີນການຄົ້ນຄວ້າ ກະກຽມສ້າງຕັ້ງຕາ ແສງ ຕາມທີໄດ້ກຳໜົດໄວ້ ໃນກົດໝາຍວ່າດ້ວຍ ການປົກຄອງທ້ອງຖິ່ນ ສະບັບປັບປຸງ ປີ 2025 ແລະ ນິຕິກໍາອື່ນໆທີ່ກ່ຽວຂ້ອງ.

ກອງປະຊຸມໃນຄັ້ງນີ້ ກໍ່ໄດ້ມີຄວາມເປັນເອກະພາບກັນກໍານົດເອົາ 1 ຕາແສງ ເພື່ອເຮັດທົດລອງ ແລະ ໄດ້ຄົ້ນຄວ້າປຶກສາຫາລືເອີ້ນຊື່ ຈຸດສ້າງຕັ້ງຕາແສງ ຂື້ນກັບບ້ານ ພ້ອມກັນຕົກລົງເຫັນດີເປັນເອກະພາບເອີ້ນຊື່ວ່າ: “ຕາແສງ ບ້ານແສ້” ເຊິ່ງຈຸດທີ່ຕັ້ງສໍານັກງານຂອງຕາແສງແມ່ນເອົາຫ້ອງການກຸ່ມບ້ານແສ້, ບາດກ້າວຂັ້ນຕອນໃນການສ້າງຕັ້ງຕາແສງໃນຄັ້ງນີ້ ແມ່ນໄດ້ມອບໃຫ້ຄະນະຮັບຜິດຊອບຂັ້ນເມືອງກະກຽມເອກະສານທີ່ປິ່ນອ້ອມໃຫ້ເປັນອັນລະອຽດ ຈາກນັ້ນ, ກໍ່ໄດ້ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນໍາຕາແສງຂັ້ນເມືອງ ເພື່ອລາຍງານການກະກຽມຄວາມພ້ອມດ້ານຕ່າງໆ ໃນການເຮັດທົດລອງການສ້າງຕັ້ງຕາແສງ ບ້ານແສ້.
ຕອນທ້າຍກອງປະຊຸມ ທ່ານ ວັນໂຈຍ ວາຊົວລີ, ກໍ່ໄດ້ມີຄໍາເຫັນສັງລວມ ແລະ ຊີ້ນໍາວຽກງານດັ່ງກ່າວຕື່ມອີກ.

ຂ່າວ ບຸນມີ ໄຊຍະກຸມມານ, ຫ້ອງການຄະນະໂຄສະນາອົບຮົມເມືອງ
ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ