ຈັດກອງປະຊຸມນຳສະເໜີໂຄງການອານຸລັກໄມ້ປ່ອງ ຢູ່ເມືອງວຽງຄຳ ແຂວງຫຼວງພະບາງ

ໃນຕອນບ່າຍ ຂອງວັນທີ 15 ມັງກອນ 2026 ຜ່ານມານີ້ ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ວຽງຄຳ ແຂວງຫຼວງພະບາງ ຈັດກອງປະຊຸມນຳສະເໜີໂຄງການອານຸລັກໄມ້ປ່ອງ ຢູ່ທີ່ຫ້ອງປະຊຸມຂອງຫ້ອງການກະສິກຳ ແລະ ສິ່ງແວດລ້ອມ ເມືອງ ໂດຍພາຍໃຕ້ການເປັນປະທານ ຂອງທ່ານ ນາງ ບຸນເລື່ອມ ແກ້ວດວງຈິດ ກຳມະການພັກເມືອງ, ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າຫ້ອງການ, ຜູ້ຕາງໜ້າໂຄງການ, ຕາງໜ້າໂຮງຮຽນ ມສ ສາມສຸມ, ພະນັກງານວິຊາການ ຈາກຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ ແລະຜູ້ຕາງໜ້າບ້ານ 2 ເມືອງ ຄື: ເມືອງງອຍ ແລະ ເມືອງວຽງຄຳ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ແພງ ຊາໂພຄຳ ໃນນາມຜູ້ຈັດຕັ້ງປະຕິບັດໂຄງການ ໄດ້ຂື້ນນຳສະເໜີໜ້າວຽກຂອງໂຄງການ ວ່າ: ລັດຖະບານອົດສະຕຣາລີ, ໂດຍຜ່ານ ສະຖາບັນລາວ-ອົດສະຕຣາລີ (LAI) ໄດ້ສະໜອງທຶນຊ່ວຍ ເຫຼືອຂະໜາດນ້ອຍ ສໍາລັບອະດີດນັກສຶກສາລາວ-ອົດສະຕຣາລີ (AIG) ແຕ່ປີ 2020. ທຶນ AIG ແມ່ນໂຄງການສະໜອງທຶນຂະໜາດນ້ອຍ ທີ່ສາມາດເຂົ້າເຖິງໄດ້ໂດຍອະດີດນັກສຶກສາລາວ-ອົດສະຕຣາ ຫຼືທຸກຄົນທີ່ຢູ່ໃນ ສປປ ລາວ ເພື່ອນໍາໃຊ້ເຂົ້າໃນການຈັດຕັ້ງປະຕິບັດໂຄງການທີ່ມີແນວຄວາມຄິດສ້າງສັນ ເພື່ອນໍາໃຊ້ຄວາມຮູ້ ແລະ ປະສົບການທີ່ໄດ້ຮຽນ ມາພັດທະນາ ແລະ ແກ້ໄຂບັນຫາຂອງທ້ອງຖິ່ນ, ມີການປະສານສົມທົບຂອງຫຼາຍຂະແໜງການ ແລະ ເນັ້ນໜັກຜົນໄດ້ຮັບທາງບວກທີ່ຍືນຍົງ ໃຫ້ແກ່ຊຸມຊົນລາວ ເຊິ່ງຈຸດປະສົງລວມຂອງໂຄງການກໍ່ເພື່ອສ້າງຄວາມເຂັ້ມແຂງໃຫ້ກັບຊຸມຊົນໃນການຈັດການໄມ້ໄຜ່ແບບຍືນຍົງ ໂດຍຮັບປະກັນການອະນຸລັກສິ່ງແວດລ້ອມ, ການສ້າງລາຍໄດ້ ແລະ ການອະນຸລັກຮັກສາວັດທະນະທໍາ ພ້ອມທັງເປັນໂຄງການແບບຢ່າງໃຫ້ແກ່ຊຸມຊົນອື່ນໆ ໃນອະນາຄົດ.

ກອງປະຊຸມໃນຄັ້ງນີ້ ທ່ານ ປະທານ ຍັງໃຫ້ຮູ້ອີກຕື່ມວ່າ ເມືອງວຽງຄໍາຂອງພວກເຮົາ ເປັນເມືອງໜຶ່ງທີ່ມີຄວາມອຸດົມສົມບູນທາງທຳມະຊາດ ໂດຍສະເພາະແມ່ນປ່າໄມ້ທີ່ມີຫຼາກຫຼາຍຊະນິດ ທີ່ເກີດຂຶ້ນຕາມທຳມະຊາດ ແລະ ຢັ່ງຢາຍຢູ່ຕາມແຄມຫ້ວຍ, ແມ່ນໍ້າ, ສັນພູ-ເປີ້ນພູ, ແຄມບ້ານ, ຂອບເຂດພື້ນທີ່ການຜະລິດ ແລະ ບ່ອນອື່ນໆ ແຕ່ສັງລວມແລ້ວເຫັນວ່າ ປະເພດໄມ້ປ່ອງແມ່ນກວມເປີເຊັນຫຼາຍກວ່າປ່າໄມ້ປະເພດອື່ນ ເຊິ່ງມັນໄດ້ຕິດພັນກັບການດໍາລົງຊີວິດ ຂອງປະຊາຊົນມາແຕ່ເຫີງນານແລ້ວເຊັ່ນວ່າ: ເປັນອາຫານ, ສ້າງທີ່ຢູ່ອາໄສ, ເຄື່ອງໃຊ້ຕ່າງໃນຄົວເຮືອນ ແລະອື່ນໆ, ນອກຈາກນັ້ນ, ຍັງຕິດພັນກັບທາງດ້ານວັດທະນະທໍາບັນດາເຜົ່າເຊັ່ນ: ປີ, ແຄນ, ຊໍ ແລະ ເຄື່ອງດົນຕີພື້ນເມືອງອື່ນໆ ຍັງຕິດພັນກັບທາງດ້ານເສດຖະກີດເປັນຕົ້ນ: ແປຮູບນໍ່ໄມ້, ເປັນຜະລິດຕະພັນໄມ້ປ່ອງໄດ້ຫຼາຍຮູບແບບ ເພື່ອເຮັດໃຫ້ໄມ້ປ່ອງ, ໄມ້ໜໍ່ຂົມ, ໄມ້ໜໍ່ຫວານ ໃຫ້ມີຄວາມຢືນຍົງເປັນພື້ນທີ່ຂຽວງາມ ກາຍເປັນແຫຼ່ງອາຫານທີ່ຫາໄດ້ງ່າຍຂອງປະຊາຊົນ ແລະ ເປັນແຫຼ່ງລາຍຮັບທີ່ໝັ້ນຄົງ, ເປັນທີ່ຢູ່ອາໄສຂອງສັດປະເພດຕ່າງໆ ແລະ ອຸດົມສົມບູນທາງດ້ານຊີວະນາໆພັນ ພວກເຮົາຕ້ອງໄດ້ມີວິທີໃນການປົກປັກຮັກສາໃຫ້ຖືກຕ້ອງ, ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນປຶກສາຫາລື, ສົນທະນາແລກປ່ຽນຄໍາຄິດເຫັນ ໂດຍປະຕິບັດຕາມແຜນການ ກິດຈະກຳ ຈັດຕັ້ງປະຕິບັດ ຂອງໂຄງການທີ່ກຳນົດໄວ້ຢ່າງເອົາຈິງ, ເອົາຈັງ, ເພື່ອຜົນປະໂຫຍດລວມຂອງບ້ານ, ຂອງພໍ່ແມ່ປະຊາຊົນ ເພື່ອສິ່ງແວດ ລ້ອມທີ່ສວຍສົດງົດງາມ ຂຽວສະອາດງາມຕາ ຮຽກຮ້ອງບ້ານເປົ້າໝາຍ ຕ້ອງໄດ້ເອົາໃຈໃສ່ສຶກສາອົບຮົມໃຫ້ປະຊາຊົນມີສ່ວນຮ່ວມ ແລະ ມີຄວາມເຂົ້າໃຈຈຸດປະສົງ ຂອງໂຄງການອານຸລັກຮັກສາປ່ານໍ່ໄມ້ ໃຫ້ເຫັນໄດ້ຄວາມສໍາຄັນ ແລະ ຜົນປະໂຫຍດໂດຍສະເພາະໄມ້ນໍ່ຂົມ, ໄມ້ນໍ່ຫວານ ແລະ ຕ້ອງໃຫ້ມີກົດລະບຽບຄຸ້ມຄອງ, ນໍາໃຊ້ທີ່ເໝາະສົມຕໍ່ກັບຜູ້ລະເມີດ ໄປບຸກລຸກ, ທໍາລາຍ, ມີການແຕ່ງຕັ້ງຄະນະຮັບຜິດຊອບແບ່ງການກັນລະອຽດ ເພື່ອຕິດຕາມກວດກາ, ມີການສະຫຼຸບລາຍງານ ແຕ່ລະໄລຍະເປັນປົກກະຕິ ແລະ ມີການປຸກລະດົມປົກປັກຮັກສາ ແລະ ເສີມຂະຫຍາຍອອກຕໍ່ໄປ.

ຂ່າວ ບຸນມີ ໄຊຍະກຸມມານ ຄະນະໂຄສະນາອົບຮົມເມືອງຄຳ
ກວດແກ້: ທ.ບຸນທະວີ ສົມມະນີ ຄະນະໂຄສະນາອົບຮົມແຂວງ