ບ້ານຫ້ວຍແຊ່ງ ໄດ້ຮັບອາຄານຮຽນປະຖົມສົມບູນຫຼັງໃໝ່

ບ້ານຫ້ວຍແຊ່ງ ໄດ້ຮັບອາຄານຮຽນປະຖົມສົມບູນຫຼັງໃໝ່

ວັນທີ 16 ມັງກອນ 2026 ນີ້, ທີ່ບ້ານຫ້ວຍແຊ່ງ ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ມີພິທີມອບ-ຮັບອາຄານຮຽນປະຖົມສົມບູນຫຼັງໃໝ່  ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ປອ ບຸນເຫຼືອ ສິນໄຊວໍຣະວົງ, ຄະນະປະຈຳພັກແຂວງ,  ປະທານຄະນະກຳມະການປົກຄອງແຂວງຫຼວງພະບາງ, ທ່ານ ວິໄລ ສີພະພອນ ປະທານສະພາບໍລິຫານ ທະນາຄານຮ່ວມພັດທະນາມະຫາຊົນ,  ພ້ອມດ້ວຍຄະນະນໍາຂອງແຂວງ-ຂອງເມືອງ, ແຂກຖືກເຊີນຕະຫຼອດຮອດປະຊາຊົນ ແລະນ້ອງນ້ອຍນັກ ຮຽນເຂົ້າຮ່ວມ.

ໂຄງການກໍ່ສ້າງອາຄານຫຼັງດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນທຶນຈາກກອງທຶນຮ່ວມໃຈທະນາຄານຮ່ວມພັດທະນາ (JDB)  ລວມມູນຄ່າການກໍ່ສ້າງທັງໝົດ:  1,500,000,000 ກີບ (ໜຶ່ງຕື້ ຫ້າຮ້ອຍລ້ານກີບ ).  ຊຶ່ງການກໍ່ສ້າງ ແມ່ນໄດ້ເລີ່ມມາແຕ່ເດືອນມີນາ 2025 ແລະສໍາເລັດລົງ ໃນວັນທີ 25 ສິງຫາ 2025  ດ້ວຍໄລຍະເວລາກໍ່ສ້າງທີ່ວ່ອງໄວ ແລະ ມີປະສິດທິພາບ,  ເລີ່ມໄລ ຍະການກໍ່ສ້າງ​ແຕ່ລະຂັ້ນຕອນ, ຕັ້ງແຕ່ການຕັ້ງເສົາ, ເທຄານ, ການເຮັດໂຄງຫຼັງຄາ, ກໍ່ ແລະ ຕົບແຕ່ງພາຍໃນ-ພາຍນອກ ໄດ້ດໍາເນີນໄປຢ່າງ​ລະອຽດ ແລະ ໄດ້ມາດຕະຖານສູງສຸດ ອາຄານຫຼັງນີ້ປະກອບມີ 6 ຫ້ອງ, ມີ 5 ຫ້ອງຮຽນ, ມີ 01 ຫ້ອງການຄູ, ພ້ອມດ້ວຍອຸປະກອນຕ່າງໆເຊັ່ນ: ໂຕະຕັ່ງນັກ ຮຽນ 100 ຊຸດ, ໂຕະຕັ່ງຄູ  7 ຊຸດ, ໂຕະ-ຕັ່ງປະຊຸມ 1 ຊຸດ, ຕູ້ໃສ່ເອກະສານ, ກະດານດຳ, ພັດລົມ 22 ຊຸດ ແລະ ເຄື່ອງໄຟຟ້າຄົບຊຸດ, ທັງນີ້ເພື່ອເປັນການພັດທະນາອານາຄົດອັນສົດໃສຂອງລູກຫຼານ, ເປັນສັນຍາລັກແຫ່ງຄວາມຫວັງ​ໃນການພັດທະນາປະເທດຊາດ ເວົ້າສະເພາະແມ່ນເຂດຊົນນະບົດ ຫ່າງໄກ ໃຫ້ໄດ້ຮັບການການສຶກ ຢ່າງທົ່ວເຖິງ.

ໃນໂອກາດນີ້, ທ່ານ ນາງ ແກ້ວລາ ມະນີຈິດ, ກຳມະການພັກແຂວງ, ເລຂາພັກເມືອງຈອມເພັດ ໄດ້ຕາງໜ້າຄະນະນຳຂອງເມືອງ ພ້ອມດ້ວຍປະຊາຊົນ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ທະນາຄານ JDB ທີ່ໄດ້ມອບໂອກາດທາງການສຶກສາໃຫ້ແກ່ລູກຫຼານ, ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການພັດທະນາຊັບພະຍາກອນມະນຸດໃນເຂດຊົນນະບົດ-ຫ່າງໄກ.

ພາບ, ຂ່າວ:  ສຸກ  ສຸນິນໄຊ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa