ເຊື່ອມຊຶມເອກະສານ ວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V

ເຊື່ອມຊຶມເອກະສານ ວຽກງານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V

ໃນຕອນເຊົ້າຂອງວັນທີ 21 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງວຽງຄໍາ ແຂວງຫຼວງພະບາງ ໂດຍພາຍໃຕ້ການເປັນປະທານຂອງທ່ານ ສຳນານ ສົນທະນີ ຄະນະປະຈຳພັກແຂວງ ຫົວໜ້າອານຸກຳມະການກອງເລຂາ ອານຸກຳມະການເລືອກຕັ້ງຂັ້ນແຂວງ ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະມາຊິກສະພາປະຊາ ຊົນແຂວງປະຈຳເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ, ພະນັກງານບຳນານ ແລະ ຄະນະບ້ານ 6 ບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ສອນສັກ ສຸລິເສີມ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງປະຈຳເມືອງ ໃຫ້ກຽດຂື້ນຜ່ານບົດລາຍງານ ກ່ຽວກັບການກະກຽມ ບັ້ນເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ໂດຍຫຍໍ້  ໃນໂອກາດດຽວກັນນີ້ທ່ານ ສຳນານ ສົນທະນີ ພ້ອມດ້ວຍ ທີມການຂັ້ນແຂວງ ກໍ່ໄດ້ຜັດປ່ຽນກັນຂື້ນເຜີຍແຜ່ເຊື່ອມຊຶມ 4 ເອກະສານ.

ການເຊື່ອມຊຶມໃນຄັ້ງນີ້ ເພື່ອຈັດຕັ້ງຜັນຂະຫຍາຍລັດຖະທຳມະນູນ ແລະ ກົດໝາຍ ວ່າດ້ວຍການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເຂົ້າສູ່ວຽກງານການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ເຮັດໃຫ້ບັ້ນເລືອກຕັ້ງຄັ້ງນີ້ ໄດ້ດໍາເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ, ວ່ອງໄວ, ໂລ່ງລ່ຽນ, ມີປະສິດທິພາບ ແລະ ປະສິດທິຜົນ; ເພື່ອກໍານົດທິດທາງວຽກງານ, ແຜນການ ແລະ ວິທີຈັດຕັ້ງປະຕິບັດວຽກງານການກະກຽມ ແລະ ການດໍາເນີນການເລືອກຕັ້ງ ສະມາຊິກ ສະພາ ທັງເປັນບ່ອນອີງໃຫ້ແກ່ຄະນະກຳມະການເລືອກຕັ້ງລະດັບຊາດ, ຄະນະກຳມະການເລືອກຕັ້ງລະດັບທ້ອງຖິ່ນ, ບັນດາອະນຸກຳມະການຕ່າງໆ ກຳນົດແຜນການເຄື່ອນໄຫວຂອງຕົນໃຫ້ລະອຽດ, ຈະແຈ້ງ ແລະ ມີຈຸດສຸມແນ່ໃສ່ເຮັດໃຫ້ການດໍາເນີນງານຂອງຕົນມີຄວາມສະດວກແຕ່ຕົ້ນຕະຫຼອດປາຍ ແລະ ມີຜົນສໍາເລັດຕາມແຜນການທີ່ວາງໄວ້; ຮັບປະກັນເລືອກເຟັ້ນໃຫ້ໄດ້ສະ ມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ທີ່ມີມາດຕະຖານ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ໂດຍໃຫ້ມີໂຄງປະກອບທາງດ້ານເພດ, ເຜົ່າ, ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ ໃນອັດຕາສ່ວນທີ່ເໝາະສົມມີຕົວແທນຈາກອົງການຈັດຕັ້ງພັກ-ລັດ, ອົງການແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນຂັ້ນຕ່າງໆ ແລະ ມີຕົວແທນຈາກ ວິສາຫະກິດລັດ ແລະ ເອກະຊົນໃນຂະແໜງການທີ່ສໍາຄັນຈຳນວນໜຶ່ງ. ເພື່ອສູ້ຊົນໃນການດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ຄັ້ງນີ້ ໃຫ້ທັນຕາມເວລາທີ່ໄດ້ກຳນົດໄວ້ ແລະ ຮັບປະກັນຜົນສໍາເລັດຕາມລະດັບຄາດໝາຍ ຄື: ໃຫ້ຜູ້ມີສິດເລືອກຕັ້ງ ມາປ່ອນບັດເລືອກຕັ້ງ ໃຫ້ຄົບຖ້ວນ 100%; ໃຫ້ຜູ້ມີສິດເລືອກຕັ້ງຮູ້ໃຊ້ສິດໃນການປ່ອນບັດເລືອກຕັ້ງ ຖືກຕ້ອງຕາມລະບຽບການເລືອກຕັ້ງ 100%; ຮັບປະກັນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມສະ ຫງົບ ແລະ ມີຄວາມປອດໄພ 100%; ຮັບປະກັນການປ່ອນບັດເລືອກຕັ້ງ ມີຄວາມໂປ່ງໃສ ແລະ ສຳເລັດທັນຕາມກຳນົດເວລາ 100%.

ຂ່າວ ບຸນມີ ໄຊຍະກຸມມານ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ທ.ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa