ຄະນະໂຄສະນາອົບຮົມແຂວງສໍາເລັດການຝຶກອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2026

ຄະນະໂຄສະນາອົບຮົມແຂວງສໍາເລັດການຝຶກອົບຮົມສະມາຊິກພັກໃໝ່ ຊຸດທີ  I ປະຈໍາປີ 2026

ໃນ​ລະ​ຫວ່າງວັນ​ທີ 27-28 ມັງກອນ 2026 ​ນີ້ ຢູ່​ທີ່​ຫ້ອງ​ປະ​ຊຸມ​ຄະນະໂຄສະນາອົບຮົມແຂວງໄດ້​ມີ​ການ​ຈັດ​ຕັ້ງອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2026 ໂດຍ​ການເປັນກຽດເຂົ້າຮ່ວມ ຂອງ ສະຫາຍ ສົມຈິດ ສິງລໍຄໍາ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ມີ​​ຄະ​ນະ​ຮັບ​ຜິດ​ຊອບ ແລະ ນັກ​ສຳ​ມະ​ນາ​ກອນ​ມາຈາກຄະນະພັກຮາກຖານພະແນກສຶກສາທິການ ແລະ ກິລາແຂວງ ໜ່ວຍພັກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມຈໍານວນ 23 ສະຫາຍ, ຍິງ 15 ສະຫາຍ.

ໃນ​ໂອກາດເຂົ້າຮ່ວມບັ້ນຝຶກອົບຮົມສະມາຊິກພັກໃໝ່ ຊຸດທີ I ປະຈໍາປີ 2026 ໃນຄັ້ງນີ້ ​ປະ​ທານ​ພິ ທີໄດ້​ມີ​ຄຳ​ເຫັນ​ຊີ້​ນຳ​ບັ້ນ​ຝຶກ​ອົບ​ຮົມ ເຊິ່ງ​​ໄດ້​ເນັ້ນ​ໜັກ​ໃຫ້​ບັນດານັກສໍາມະນາກອນ ທຸກສະຫາຍຕ້ອງໄດ້ຮຽນຮູ້ ແລະ ກຳແໜ້ນບັນດາຫຼັກມູນພື້ນຖານທິດສະດີມາກ-ເລນິນ ແນວຄິດ ຂອງປະທານ ໄກສອນ ພົມວິຫານ, ເພື່ອເປັນການຢັ້ງຢືນຢ່າງຈະແຈ້ງວ່າ:  ການຮຽນຮູ້ ແລະ ກຳແໜ້ນບັນດາຫຼັກມູນ, ກຳແໜ້ນແນວທາງຂອງພັກ, ນະໂຍບາຍ ແລະ ລະບຽບກົດໝາຍຂອງລັດ ຈະຊ່ວຍສ້າງໃຫ້ພະນັກງານ-ສະມາຊິກພັກ ພວກເຮົາມີການຫັນປ່ຽນຢ່າງຮອບດ້ານ ສອດຄ່ອງກັບສະພາບຄວາມເປັນຈິງ, ເວົ້າລວມ, ເວົ້າສະເພາະແມ່ນເຮັດໃຫ້ສະມາຊິກພັກມີການຫັນປ່ຽນດ້ານຈິນຕະນາການອັນເກົ່າໄປສູ່ຈິນຕະນາການອັນໃໝ່, ປັບປຸງແບບແຜນການນຳພາ, ແບບແຜນວິທີເຮັດວຽກໃຫ້ດີຂຶ້ນ. ພ້ອມດຽວກັນນີ້ຕ້ອງເດັດດ່ຽວຕ້ານພະຍາດອາດຍາສິດ, ສະກັດກັ້ນຕ້ານການສໍ້ລາດບັງຫຼວງ ແລະ ຕ້ານແນວຄິດຜິດເຂວ, ອັດຕະວິໄສ, ແນວຄິດອັກຄະຕິ, ເວົ້າຫຼາຍແຕ່ເຮັດໜ້ອຍ, ມີແນວຄິດຄອງເດີມງົມງວາຍ, ຜິວເຜີນ, ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຈະພາໃຫ້ເກີດໜໍ່ແໜງ ທີ່ບໍ່ດີເກີດຂື້ນ ແລະ ຈະຕ້ອງໄດ້ເປັນເຈົ້າການປັບປຸງກໍ່ສ້າງຕົນເອງ ຕາມ 5 ຫຼັກການ 3 ທິດນໍາຂອງພັກ 11 ຂໍ້ຫ້າມ  ຂອງສະມາຊິກພັກປະຊາຊົນປະຕິວັດລາວ ເພື່ອກໍ່ສ້າງໃຫ້ປອດໃສ; ເຂັ້ມແຂງ; ໜັກແໜ້ນ.

ການ​ອົບ​ຮົມ​ໃນ​ຄັ້ງ​ນີ້​ແມ່ນ​ນຳ​ໃຊ້​ເອກະສານອົບຮົມສະມາຊິກພັກໃໝ່ (ເອກະສານ 4 ບົດ) ຂອງຄະນະໂຄສະນາອົບຮົມສູນກາງພັກສົ່ງໃຫ້ ນໍາ​ໃຊ້​ນັກວິ​ທະ​ຍາ​ກອນ (ຄູ) ​ມາ​ຈາກ ຄະນະໂຄສະນາອົບຮົມແຂວງ 2 ສະຫາຍ ແລະ ຄະນະກວດກາພັກແຂວງ 1 ສະຫາຍ ໄດ້​ດຳ​ເນີນ​ເປັນ​ເວ​ລາ 2 ວັນ.

ຂ່າວ: ສຸດທະວີໄຫວ ມີທະວົງ, ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa