ແຂວງ ຫຼວງພະບາງປະກາດບົ່ງຕົວແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ
ແລະ ພະນັກງານພັກຜ່ອນຮັບເບ້ຍບໍານານ

ໃນວັນທີ 16 ກັນຍາ 2026, ທີ່ສະໂມສອນໃຫຍ່ ຫ້ອງວ່າການແຂວງຫຼວງພະບາງ, ໄດ້ຈັດພິທີປະ ກາດບົ່ງຕົວແຕ່ງຕັ້ງພະນັກງານນໍາພາ-ຄຸ້ມຄອງ ແລະ ປະກາດພະນັກງານພັກຜ່ອນຮັບເບ້ຍບໍານານ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ບຸນເລື່ອມ ມະນີວົງ, ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ; ມີກຳມະການປະຈຳພັກແຂວງ, ກຳມະການພັກແຂວງຄະນະປະຈໍາສະພາປະຊາຊົນແຂວງ, ເລຂາພັກເມືອງ, ຫົວໜ້າພະແນກການ, ພາກສ່ວນກ່ຽວຂ້ອງ ແລະ ແຂກຮັບເຊີນ ເຂົ້າຮ່ວມ.


ໃນພິທີ, ທ່ານ ຄໍາເກັ່ງ ຈັນທະວີສຸກ, ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງຫຼວງພະບາງ, ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີ 155,156,1692,1693, 1663 ວ່າດ້ວຍການອະນຸມັດໃຫ້ພະ ນັກງານນໍາພາຄຸ້ມຄອງ ຈໍານວນ 5 ທ່ານ, ໃນນັ້ນ ປະກອບມີ ທ່ານ ວົງສະຫວັນ ເທບພະຈັນ,ທ່ານ ສິງຕັນ ໄຊລືຊົ່ງ, ທ່ານ ສີວອນ ວົງຄໍາຈັນ, ທ່ານ ພອນເລີດ ໄຊຍະນາ, ທ່ານ ໄຊ ເຢຍເຊັງທ່າວ ຮັບໃບຢັ້ງຢືນອອກພັກຜ່ອນຮັບເບ້ຍບໍານານ ເນື່ອງຈາກມີເງື່ອນໄຂຄົບຕາມມາດຖານທີ່ກຳນົດໄວ້.


ພ້ອມນີ້, ຍັງໄດ້ຂຶ້ນຜ່ານມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງກຳມະການປະຈຳພັກແຂວງ ເລກທີ 174 ແລະ ກຳມະການພັກແຂວງ ເລກທີ 175 ຂອງຄະນະເລຂາທິການສູນກາງພັກໄດ້ຕົກລົງບົ່ງຕົວແຕ່ງຕັ້ງ: ທ່ານ ປອ. ນາງ ສຸດາພອນ ຄົມທະວົງ, ກໍາມະການພັກແຂວງ, ຫົວໜ້າພະແນກວັດທະນະທໍາ ແລະ ການ ທ່ອງທ່ຽວແຂວງ, ເປັນກໍາມະການປະຈໍາພັກແຂວງ, ທ່ານ ພອນໄຊ ກຸນລະວົງ, ຫົວໜ້າພະແນກການຕ່າງ ປະເທດແຂວງຫຼວງພະບາງ, ເປັນກໍາມະການຄະນະບໍລິຫານງານ ພັກແຂວງ.

ໃນໂອກາດດັ່ງກ່າວ, ທ່ານ ບຸນເລື່ອມ ມະນີວົງ ໄດ້ໃຫ້ກຽດຂຶ້ນມອບຂໍ້ຕົກລົງ ແລະ ມີຄໍາເຫັນໂອ້ລົມ. ກ່ອນອື່ນ, ທ່ານໄດ້ສະແດງຄວາມຊົມເຊີຍຕໍ່ຜົນງານ ແລະ ຄຸນງາມຄວາມດີຂອງພະນັກງານທີ່ໄດ້ພັກ ຜ່ອນຮັບເບ້ຍບໍານານ, ພ້ອມທັງສະແດງຄວາມຊົມເຊີຍຕໍ່ພະນັກງານທີ່ໄດ້ຮັບການບົ່ງຕົວແຕ່ງຕັ້ງໃໝ່. ທ່ານກ່າວອີກຕື່ມວ່າ, ການພັກຜ່ອນຮັບເບ້ຍບໍານານ ແລະ ການສັບຊ້ອນໜ້າທີ່ວຽກງານ ແມ່ນເລື່ອງປົກກະຕິຂອງການບໍລິຫານງານບຸກຄະລາກອນ, ເພື່ອໃຫ້ສາມາດຕອບສະໜອງຕໍ່ຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ໃຫ້ຖືກຕ້ອງ ແລະ ສອດຄ່ອງຍິ່ງຂຶ້ນ. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ພະນັກ ງານທີ່ຖືກບົ່ງຕົວແຕ່ງຕັ້ງໃໝ່ ຈົ່ງສຸມສະຕິປັນຍາ, ຍົກສູງຈິດໃຈຮັບຜິດຊອບ, ສາມັກຄີປະສານສົມທົບ ແລະ ປະກອບສ່ວນເຂົ້າໃນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຕາມຄວາມຮັບຜິດຊອບຂອງຕົນ ໃຫ້ມີຜົນສໍາເລັດເປັນກ້າວໆໄປ.
ພາບ-ຂ່າວ: ຄະນະໂຄສະນາອົບຮົມແຂວງ