ພິທີປາຖະກະຖາ ວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ

ໃນຕອນເຊົ້າຂອງວັນທີ 17 ກັນຍາ 2026 ນີ້, ເມືອງຈອມເພັດ ແຂວງຫຼວງພະບາງ ໄດ້ຈັດພິທີປາຖະ ກະຖາ ວັນຊາດແຫ່ງ ສສ ຫວຽດນາມ ຄົບຮອບ 81 ປີ ແລະ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບ ຮອບ 24 ປີ ຂຶ້ນຢ່າງເປັນທາງການ. ໂດຍການເປັນປະທານ ຂອງທ່ານ ນາງ ແກ້ວລາ ມະນີຈິດ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ, ປະຈໍາເມືອງຈອມເພັດ, ມີບັນດາຄະ ນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງ, ປະທານ-ຮອງປະທານສະຫະພັນນັກຮົບເກົ່າເມືອງ, ສະມາຊິກນັກຮົບເກົ່າອາວຸໂສບຳນານ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານ ນາງ ແກ້ວລາ ມະນີຈິດ, ໄດ້ຂຶ້ນຜ່ານປະຫວັດຄວາມເປັນມາ ແລະ ຄວາມໝາຍຄວາມສຳ ຄັນຂອງ 2 ວັນປະຫວັດສາດ ໂດຍໄດ້ຍົກໃຫ້ເຫັນວ່າ: ວັນຊາດຫວຽດນາມ 2 ກັນຍາ 1945 ແມ່ນວັນທີ່ປະທານໂຮ່ຈິມິນ ໄດ້ປະກາດເອກະລາດ ສະຖາປະນາ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ ຢູ່ທີ່ສະໜາມບາດິງ ກຸງ ຮ່າໂນ້ຍເປັນເຫດການປະຫວັດສາດທີ່ເປີດສັງກາດໃໝ່ໃຫ້ແກ່ປະຊາຊົນຫວຽດນາມ ໃນພາລະກິດປົດປ່ອຍຊາດ ແລະ ສ້າງ ສາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ. ຕະຫຼອດ 81 ປີຜ່ານມາ ພາຍໃຕ້ການນໍາພາຂອງພັກກອມມູນິດຫວຽດນາມ, ປະຊາຊົນຫວຽດນາມ ໄດ້ສ້າງຜົນງານອັນໃຫຍ່ຫຼວງໃນທຸກດ້ານ. ພ້ອມນັ້ນຍັງເປັນການຢໍ້າຄືນສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ທີ່ໄດ້ຮັບການປົກປັກຮັກສາ ແລະ ເສີມຂະຫຍາຍມາໂດຍຕະຫຼອດ.

ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດລາວ ຄົບຮອບ 24 ປີ ນັ້ນ, ແມ່ນໄດ້ສະແດງໃຫ້ເຫັນເຖິງການເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງສະຫະພັນນັກຮົບເກົ່າ ທີ່ເປັນອົງການຈັດຕັ້ງການເມືອງ-ສັງຄົມ ເຊິ່ງເປັນທີ່ເພິ່ງຂອງນັກຮົບເກົ່າ, ເປັນກຳລັງໜູນທີ່ສຳຄັນຂອງພັກ-ລັດ ໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ນັກຮົບເກົ່າເມືອງຈອມເພັດ ໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ສຶກສາອົບຮົມລູກຫຼານໃຫ້ມີນໍ້າໃຈຮັກຊາດ, ປະກອບສ່ວນຊ່ວຍເຫຼືອສັງຄົມ ແລະ ພັດທະນາເສດຖະກິດຄອບຄົວໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກ.

ໂອກາດນີ້, ທ່ານ ພັທ ທອງພຸດ ເຜົ່າຜາສຸກ ຮອງປະທານສະຫະພັນນັກຮົບເກົ່າ ເມືອງຈອມເພັດ ກໍ່ໄດ້ຂື້ນຜ່ານຂໍ້ຕົກລົງ ຂອງສະຫະພັນນັກຮົບເກົ່າແຫ່ງຊາດ ວ່າດ້ວຍການມອບໃບຢັ້ງຢືນ 3 ດີ, 6 ຮັກສາ, ພ້ອມທັງມອບໃບຢັ້ງຢືນ ໃຫ້ສະມາຊິກສະຫະພັນນັກຮົບເກົ່າ ເມືອງຈອມເພັດ ທີ່ມີຜົນງານໃນໄລຍະຜ່ານມາ.
ທ່ານປະທານ ໃຫ້ກຽດໂອ້ລົມຕໍ່ພິທີ, ໂດຍໄດ້ຮຽກຮ້ອງໃຫ້ສະມາຊິກນັກຮົບເກົ່າທຸກສະຫາຍ ຈົ່ງສືບຕໍ່ເຊີດຊູມູນເຊື້ອອັນສະຫງ່າງາມ, ເສີມຂະຫຍາຍບົດບາດເປັນແບບຢ່າງດີໃນສັງຄົມ, ສືບຕໍ່ເປັນຂົວຕໍ່ແໜ້ນແຟ້ນມິດຕະ ພາບ ລາວ-ຫວຽດນາມ ໃຫ້ໝັ້ນຄົງຕະຫຼອດໄປ.

ຂ່າວ-ພາບ: ທ.ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ