ພິທີຕ້ອນຮັບຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ

ພິທີຕ້ອນຮັບຄະນະຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X
ເຂດເລືອກຕັ້ງທີ 6 ແຂວງຫລວງພະບາງ

ໃນວັນທີ 16 ກຸມພາ 2026 ນີ້, ຜູ້ຮັບສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ປະຈຳເຂດເລືອກຕັ້ງທີ 6 ແຂວງຫຼວງພະບາງ ຈໍານວນ 14 ທ່ານ, ຍິງ 5 ທ່ານ, ເລືອກເອົາ 10 ທ່ານ, ສືບຕໍ່ລົງພົບປະ ແລະ ສະເໜີຕົວຕໍ່ຜູ້ມີສິດເລືອກຕັ້ງ ຢູ່ຈຸດ ບ້ານໂພລາດ ເມືອງຈອມເພັດ ແຂວງຫຼວງພະບາງ, ນໍາພາຄະນະໂດຍ ທ່ານ ໄພວີ ສີບົວລິພາ ກຳມະການສູນກາງພັກ, ລັດຖະມົມຕີກະຊວງຍຸຕິທຳ ຜູ້ຮັບສະໜັກ (ນ້ຳເບີ 1), ທ່ານ ບຸນເລື່ອມ ມະນີວົງ ກຳມະການສູນກາງພັກ, ເລຂາບໍລິຫານງານພັກແຂວງຫຼວງພະບາງ ປະທານຄະນະກໍາມະການເລືອກຕັ້ງຂັ້ນແຂວງ ຜູ້ຮັບສະໜັກ (ນ້ຳເບີ 2) ພ້ອມດ້ວຍຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ອີກ 12 ທ່ານ ຍິງ 5 ທ່ານ ແລະ ຜູ້ມີສິດເລືອກຕັ້ງເຂົ້າຮ່ວມຮັບຟັງຢ່າງພ້ອມພຽງ.

ການລົງໂຄສະນາຄັ້ງນີ້ ກໍເພື່ອຮັບປະກັນໃຫ້ແກ່ການໂຄສະນາ ຂອງຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດໄດ້ຮັບຜົນດີ, ມີຄວາມເປັນເອກະພາບ, ທັງຮັບປະກັນການນຳພາ ຂອງພັກ ສອດຄ່ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສະພາບຄວາມເປັນຈິງ, ເພື່ອສຶກສາອົບຮົມໃຫ້ຜູ້ມີສິດປ່ອນບັດເລືອກຕັ້ງຮັບຮູ້ ແລະ ເຂົ້າ ໃຈແຈ້ງຕື່ມກ່ຽວກັບຄວາມໝາຍຄວາມສໍາຄັນຂອງການເລືອກຕັ້ງ ແນໃສ່ເຊີດຊູລະດັບຄວາມຕື່ນຕົວທາງດ້ານການ ເມືອງຂອງປະຊາຊົນບັນດາເຜົ່າ ແລະ ຮັບປະກັນການປະຕິບັດສິດເປັນເຈົ້າຂອງປະເທດຊາດ ຂອງພົນລະເມືອງໃນການໄປໃຊ້ສິດປ່ອນບັດເລືອກຕັ້ງເອົາ (ສສຊ) ຢ່າງຄົບຖ້ວນຖືກຕ້ອງຕາມລະບຽບຫຼັກການ, ເຮັດໃຫ້ຜູ້ມີສິດເລືອກຕັ້ງໄດ້ຮູ້ໄດ້ເຫັນຜູ້ສະໝັກຮັບເລືອກຕັ້ງ ແລະ ກຳໄດ້ຊີວະປະຫວັດ, ຄຸນສົມບັດ, ຄວາມຮູ້ຄວາມສາມາດ, ທັດສະນະ ແລະ ການເຄື່ອນໄຫວວຽກງານຂອງຜູ້ສະໝັກຮັບເລືອກຕັ້ງ ເພື່ອເລືອກເອົາບຸກຄົນທີ່ມີມາດຕະຖານເງື່ອນໄຂຖືກ ຕ້ອງ ແລະ ຄົບຖ້ວນເຂົ້າເປັນຕົວແທນແຫ່ງສິດອຳນາດຂອງປະຊາຊົນຢ່າງແທ້ຈິງ, ເພື່ອໃຫ້ຜູ້ສະໝັກຮັບເລືອກຕັ້ງໄດ້ຮັບຮູ້ກ່ຽວກັບຄວາມມຸ່ງມາດປາຖະໜາ ແລະ ສະພາບການດຳລົງຊີວິດຂອງປະຊາຊົນບັນດາເຜົ່າໃນເຂດເລືອກຕັ້ງຂອງຕົນ ແລະ ໄດ້ພົວພັນສະໜິດແໜ້ນກັບປະຊາຊົນ ຢູ່ໃນທ້ອງຖິ່ນທີ່ຕົນລົງສະໝັກຮັບເລືອກຕັ້ງ.

ໃນໂອກາດໂຄສະນາຄັ້ງນີ້, ຜູ້ສະໝັກຮັບເລືອກຕັ້ງເປັນ (ສສຊ) ໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນຂອງການເລືອກຕັ້ງເອົາສະມາຊິກສະພາແຫ່ງຊາດ, ຈາກນັ້ນ ຜູ້ສະໝັກຮັບເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ໄດ້ຜັດປ່ຽນກັນສະເໜີຊື່ ແລະ ປະຫວັດການເຄື່ອນໄຫວຂອງຕົນໃນໄລຍະຜ່ານມາ ພ້ອມທັງສະເໜີຈຸດປະສົງໃນການລົງເຄື່ອນໄຫວໂຄສະນາພົບປະສະເໜີຕົວ, ຜູ້ສະໝັກຍັງໄດ້ຮຽກຮ້ອງໃຫ້ຜູ້ມີສິດເລືອກຕັ້ງ ຈົ່ງໄດ້ຮ່ວມຈິດຮ່ວມໃຈເຂົ້າຮ່ວມຂະບວນການເລືອກຕັ້ງຄັ້ງນີ້ ໃຫ້ກາຍເປັນປາງບຸນໃຫຍ່ຂອງຊາດ, ເລືອກໄດ້ຜູ້ສະໝັກທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄວາມຮູ້ຄວາມສາມາດ, ມີວິໄສທັດທີ່ກວ້າງໄກ ເພື່ອມາເປັນຕົວແທນໃຫ້ປະຊາຊົນ ເຂົ້າໄປໃນສະພາແຫ່ງຊາດ.

ພາຍຫຼັງສໍາເລັດ ຢູ່ຈຸດນີ້ ແລ້ວ ໃນຕອນບ່າຍຈະສືບຕໍ່ ພົບປະສະເໜີຕົວ ຢູ່ ຈຸດສໍານັກງານ ເມືອງຈອມເພັດຕື່ມອີກ.

ຂ່າວ: ຄະນະໂຄສະນາອົບຮົມ ເມືອງຈອມເພັດ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa