ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສໍາຮອງຂື້ນສົມບູນ

ພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສໍາຮອງຂື້ນສົມບູນ

ໜ່ວຍພັກບ້ານ ນາໄຮ ກຸ່ມລ້ອງນໍ້າລືມ ເມືອງຈອມເພັດ ແຂວງຫຼວງພະບາງ, ໄດ້ຈັດພິທີຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສຳຮອງ ແລະເລື່ອນສະມາຊິກພັກສໍາຮອງຂື້ນສົມບູນ ຢ່າງເປັນທາງການ, ໃນວັນທີ 17 ກັນຍາ 2026 ຜ່ານມານີ້.

ເຂົ້າຮ່ວມພິທີມີສະຫາຍ ບຸນເກີດ ເພຍລໍຢ່າງ ຄະນະປະຈໍາພັກເມືອງ, ເລຂາຄະນະພັກຮາກຖານກອງບັນ ຊາການ ປກສ ເມືອງ, ມີຄະນະພັກ, ເລຂາໜ່ວຍພັກບ້ານ, ພ້ອມດ້ວຍສະມາຊິກພັກສົມບູນ, ສະມາຊິກພັກສຳຮອງພາຍໃນໜ່ວຍພັກເຂົ້າຮ່ວມ.

ໃນພິທີ ສະຫາຍ ວິລະສັກ ຄໍາມຸງຄຸນ ຫົວໜ້າໜ່ວຍງານພັກ-ພະນັກງານລັດຖະກອນ ຕ່າງໜ້າຄະນະຈັດຕັ້ງເມືອງ, ໄດ້ຜ່ານມະຕິຕົກລົງຂອງ ຄະນະປະຈຳພັກເມືອງ ວ່າດ້ວຍການອະນຸມັດຮັບເອົາມະຫາຊົນຜູ້ກ້າວໜ້າ ຈຳ ນວນ 16 ສະຫາຍ, ສໍາຮອງຂື້ນສົມບູນ 02 ສະຫາຍ, ມາຈາກ: 1. ໜ່ວຍພັກ ບ້ານ ພູປອດ; 2. ໜ່ວຍພັກ ບ້ານ ຫ້ວຍກະຕ່ອຍ; 3. ໜ່ວຍພັກ ບ້ານ ຫ້ວຍຕາວ; 4. ໜ່ວຍພັກ ບ້ານ ນາໄຮ ແລະ ໜ່ວຍພັກ ບ້ານ ກິ່ວອຸ່ງ.

ຈາກນັ້ນ, ສະຫາຍ ບຸນເກີດ ເພຍລໍຢ່າງ, ໄດ້ຂື້ນມອບມະຕິຕົກລົງດັ່ງກ່າວໃຫ້ແກ່ສະມາຊິກພັກ, ພ້ອມດຽວກັນນີ້ໄດ້ໃຫ້ກຽດໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ສະມາຊິກພັກໃໝ່ ຈົ່ງສືບຕໍ່ຮັກສາມູນເຊື້ອ, ຍົກສູງຄວາມຮັບຜິດ ຊອບດ້ານການເມືອງ, ປະຕິບັດຕາມກົດລະບຽບຂອງພັກ, ຢ່າງເຂັ້ມງວດ, ເອົາໃຈໃສ່ສຶກສາຮໍ່າຮຽນທິດສະດີການ ເມືອງຂອງພັກ, ຕິດພັນກັບວຽກງານຕົວຈິງ ແລະ ເປັນກຳລັງແຮງສຳຄັນໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງໜ່ວຍພັກໃຫ້ບັນລຸຕາມແຜນການ.

ສະຫາຍ ເຊັງເລົາຈັງ ຕ່າງໜ້າສະມາຊິກພັກໃໜ່  ໄດ້ສະແດງຄວາມຮູ້ບຸນຄຸນ ແລະ ກ່າວຄຳໝັ້ນສັນຍາວ່າຈະສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ພ້ອມຈະເພີ່ມຄວາມສາມັກຄີກັບສະມາຊິກພາຍໃນໜ່ວຍພັກ ແລະປະຕິບັດໜ້າທີ່ວຽກງານໃຫ້ສຳເລັດຕາມທີ່ພັກ-ລັດມອບໝາຍໃຫ້.

ຂ່າວ-ພາບ:ທ. ພັນທະລີ ສຸກຂະເສີມ, ຄະນະໂຄສະນາອົບຮົມເມືອງ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa