ເມືອງນໍ້າບາກປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ຊຸດທີ II

ໃນວັນທີ 15 ຕຸລາ 2026 ຢູ່ຫ້ອງຊຸ່ມໃຫຍ່ ເມືອງນໍ້າບາກໄດ້ຈັດຕັ້ງພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ, ໂດຍການເປັນປະທານ ຂອງສະຫາຍ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ, ເລຂາພັກເມືອງ, ສະມາຊິກສະພາປະຊາຊົນແຂວງ; ມີຄະນະປະຈຳພັກເມືອງ, ຄະນະພັກເມືອງ, ປະທານສານປະຊາ ຊົນເຂດ II, ຫົວໜ້າອົງການໄອຍະການປະຊາຊົນເຂດ II, ຫົວໜ້າກອງບັນຊາການ ປກຊ-ປກສ, ປະທານຕາແສງ, ອຳນວຍການໂຮງຮຽນ, ໂຮງໝໍ ແລະ ບັນດາຫົວໜ່ວຍທຸລະກິຈຳນວນໜຶ່ງ ເຂົ້າຮ່ວມ.


ພິທີສະຫາຍ ຄຳສະໝອນ ເພັດດາລາ, ຮອງເລຂາພັກເມືອງ ໄດ້ຜ່ານດຳລັດປະທານປະເທດວ່າດ້ວຍການປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ທີ່ໄດ້ປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໃຫ້ກຽດປະດັບຫຼຽນກາລະນຶກ 50 ປີ ດັ່ງກ່າວ ໂດຍສະຫາຍ ສົມຫວັງ ພອນຄຳວົງສາ ຜູ້ທີ່ໄດ້ຮັບຫຼຽນໃນຄັ້ງນີ້ ລວມທັງໝົດ: 79 ສະຫາຍ; ຍິງ: 28 ສະຫາຍ, ນັກທຸ ລະກິດ: 8 ສະຫາຍ ແລະ ບໍລິສັດ 3 ບໍລິສັດ.

ໃນຕອນທ້າຍພິທີ ປະທານໄດ້ມີຄຳເຫັນໂອ້ລົມຕໍ່ພິທີ ພ້ອມທັງຍ້ອງຍໍຊົມເຊີຍຕໍ່ຜົນງານການຈັດຕັ້ງປະຕິ ບັດໜ້າທີການເມືອງທີ່ພັກ-ລັດມອບໝາຍໃຫ້ໃນໄລຍະຜ່ານມາ ທີ່ມີຜົນສຳເລັດໃນຫຼາຍດ້ານ. ໃຫ້ສືບຕໍ່ຈັດຕັ້ງປະຕິ ບັດໜ້າທີ, ເພີ່ມຄວາມຮັບຜິດຊອບໃຫ້ສູງກວ່າເກົ່າ, ຮັກສາມູນເຊື້ອຈົ່ງຮັກພັກດີຕໍ່ພັກຕໍ່ລັດ, ເປັນແບບຢ່າງທີ່ດີໃນຖັນແຖວພະນັກງານໃນການດໍາລົງຊີວິດດ, ການສ້າງສາພັດທະນາຄອບຄົວ ໃຫ້ນັກທຸລະກິດ ແລະ ຜູ້ປະກອບການສືບຕໍ່ປະກອບສວນໃຫ້ຄວາມຊ່ວຍເຫຼືອພັກ-ລັດ ແລະ ປະຊາຊົນໃນດ້ານຕ່າງໆ ເພື່ອແບ່ງເບົ່າພາລະໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືພັດທະນາເມືອງນໍ້າບາກໃຫ້ຈະເລີນເປັນກ້າວໆ ດຳເນີນທຸລະກິດໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ພາບ-ຂ່າວ: ທ.ອ່ອນຈັນ ແກ້ວມະນີພອນ, ຄະນະໂຄສະນາອົບຮົມເມືອງ
ກວດແກ້: ຄະນະໂຄສະນາອົບຮົມແຂວງ