ພິທີຕົບພະທາດຊາຍ ຢູ່ທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ແຂວງຫຼວງພະບາງ

ພິທີຕົບພະທາດຊາຍ ຢູ່ທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ແຂວງຫຼວງພະບາງ

ວັນທີ 14 ເມສາ 2026 ນີ້ ເປັນມື້ສັງຂານລ່ວງ, ພາຍຫຼັງສຳເລັດການໂລະລາດແບບມວນຊົນແລ້ວ, ຕອນບ່າຍຂອງວັນດຽວກັນ ໄດ້ມີການລົງຕົບພະທາດຊາຍທີ່ດອນຊາຍມຸງຄຸນ ເມືອງຈອມເພັດ ແຂວງຫຼວງພະບາງ ໂດຍເລີ່ມຈາກການບາສີການນຳຂອງແຂວງ, ເມືອງ-ນະຄອນ ຫຼວງພະບາງ ແລະບວດພະທາດຊາຍ ເພື່ອເປັນສິລິມຸງຄຸນໃຫ້ແກ່ຊີວິດ.

ສຳລັບການຕົບພະທາດຊາຍ ຢູ່ດອນຊາຍມຸງຄຸນ ເມືອງຈອມເພັດ ມີຕຳນານກ່າວຂານກັນມາຫຼາຍເຊັ່ນຄົນ ສືບທອດກັນມາວ່າ ທ້າວ ຈັນທະພານິດ ທີ່ເປັນພໍ່ຄ້າພູຄ້ຽວ  ໝາກ ໄດ້ທໍເຮືອມາພັກຢູ່ດອນຊາຍແຫ່ງໜື່ງ ແລ້ວພົບເຫັນເມັດຊາຍທີ່ຂາວສະອາດ, ລາວຈື່ງໄດ້ໂກບເອົາເມັດຊາຍຂື້ນເປັນກອງ ພ້ອມທັງໄດ້ອະທິຖານຂໍພອນຈາກສິ່ງສັກ ສິດ ພໍຮອດຕອນເຊົ້າ ກອງຊາຍທີ່ລາວໄດ້ກອງຂື້ນ ໄດ້ກາຍເປັນກອງຄຳ ຢ່າງໜ້າອັດສະ ຈັນ, ຈາກນັ້ນ, ລາວຈື່ງໄດ້ປ່າວໃຫ້ຜູ້ຄົນມາເກັບເອົາຄຳ ເພື່ອໄປສ້າງສາພັດທະນາບ້ານເມືອງ ແລະເອີ້ນດອນຊາຍດັ່ງກ່າວຕໍ່ໆກັນມາວ່າ: ດອນຊາຍມຸງຄຸນ.

ເຂົ້າຮ່ວມພິທີຕົບພະທາດຊາຍ ໃນປີນີ້ມີ ອະດິດການນໍາ ຂັ້ນສູນກາງ, ການນຳຂອງແຂວງຫຼວງພະບາງ, ພ້ອມດ້ວຍຄະນະນຳນະຄອນ ຫຼວງພະບາງ ເມືອງຈອມເພັດ, ຫົວໜ້າ-ຮອງຫົວໜ້າພະແນກການ-ກົມກອງ-ຫ້ອງການອ້ອມຂ້າງ ຕະຫຼອດຮອດມວນຊົນ ນະຄອນ ຫຼວງພະບາງ-ເມືອງຈອມເພັດ, ແຂກທັງພາຍໃນ ແລະຕ່າງປະເທດ ຢ່າງຫຼວງຫຼາຍ. ເຊີ່ງພາຍໃນງານໄດ້ມີການບາສີ-ສູ່ຂວັນ ຜູ້ເຂົ້າຮ່ວມ, ບວດພະທາດຊາຍ ແລະ ປ່ອຍປາລົງສູ່ແມ່ນໍ້າຂອງ ຢ່າງເປັນຂະບວນການຄຶກຄື້ນ.

ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa