ປະເພນີເອົານ້ຳທ່ຽງຂອງປູ່ເຍີ-ຍ່າເຍີ ຍັງຄົງໄດ້ຮັບການອານຸລັກໂດຍມວນຊົນຊາວຫຼວງພະບາງ

ໃນບຸນປີໃໝ່ລາວຂອງທຸກປີ ຊາວຫຼວງພະບາງ ຈະພ້ອມກັນສືບສານປະເພນີຂອງ ປູ່ເຍີ-ຍ່າເຍີ ໂດຍບໍ່ຂາດ, ເຊີ່ງທຸກກິດຈະກຳຂອງປູ່ເຍີ-ຍ່າເຍີ ລ້ວນແລ້ວແຕ່ເປັນປະເພນີທີ່ສຳຄັນຂອງຊາດ ກ່ອນຈະນໍາເອົາປູ່ເຍີ-ຍ່າເຍີ ອອກໄປເຄື່ອນໄຫວນັ້ນ ຈະຕ້ອງໄດ້ເຮັດພິທີທາງສາສະໜາສາກ່ອນ, ໃນນັ້ນ ກິດຈະກຳໜື່ງທີ່ສຳຄັນແມ່ນການເອົານ້ຳທ່ຽງ ເຊີ່ງຈະມີຂື້ນໃນມື້ສັງຂານລ່ວງ ຕາມການບອກເລົ່າຂອງຄົນບູຮານ ໄລຍະຜ່ານມາ ປູ່ເຍີ ຍ່າເຍີ ໄດ້ໄປຕັກເອົານ້ຳຄານ ທີ່ທ່າຜາບັງ ຫຼື ເອີ້ນວ່າທ່າອ້າຍຄຳຫຼ້າ ອ້າຍຫົງຄຳ ໜື່ງໃນຕຳນານນາກ 15 ຕະກຸນ ທີ່ເປັນເຈົ້າຮັກສາແມ່ນ້ຳ ໃນຫຼວງພະບາງ, ແຕ່ຜ່ານມາຫຼາຍປີ ຈົນເຖີງປັດຈຸບັນ ໄດ້ຂໍນຳພະແມ່ທໍລະນີ ແລະພະຍານາກ ປ່ຽນທ່າມາຕັກເອົານ້ຳທ່ຽງ ຢູ່ເບື້ອງເທິງປາກຫ້ວຍມາວ ເຊິ່ງເອີ້ນວ່າ ທ່າອ້າຍແອນ້ອຍ, ເຊີ່ງນ້ຳທ່ຽງ ຖືວ່າເປັນນ້ຳສັກສິດ ສະອາດ ບໍລິສຸດ, ເພື່ອເອົາໄວ້ຫົດສົງອົງພຣະບາງ

ໃນມື້ອັງເຊີນອົງພະບາງລົງມາຫົດສົງ ແລະຫົດສົງທາດໜ້າຫໍ. ຕາມນິທານເລົ່າຂານສືບຕໍ່ກັນມາຫຼາຍເຊັ່ນຄົນ ປູ່ເຍີ ຍ່າເຍີ ແມ່ນຜູ້ທີ່ຕັດເຄືອເຂົາກາດໃຫຍ່ ທີ່ບັງແສງສະຫວ່າງຈາກດວງອາທິດ ມາສູ່ໂລກມະນຸດ, ພາຍຫຼັງທີ່ໄດ້ຕັດເຄືອເຂົາກາດສຳເລັດ ທັງສອງໄດ້ຖືກເຄືອເຂົາກາດ ລົ້ມທັບຈົນເສຍຊີວິດ, ແຕ່ກ່ອນຈະຕັດເຄືອເຂົານັ້ນ ປູ່ເຍີ ຍ່າເຍີ ໄດ້ຂໍຮ້ອງກັບມວນມະນຸດວ່າ: ກ່ອນຈະເດີນທາງໄປທາງໃດ ຫຼື ຈະກະທຳອັນໃດ ຂໍໃຫ້ນຶກເຖິງບຸນຄຸນຂອງຕົນເອງທັງສອງ, ຊາວລາວບັນດາເຜົ່າ ໂດຍສະເພາະແມ່ນຊາວຫຼວງພະບາງ ເມືອງມໍລະດົກໂລກ ມັກຈະລົງທ້າຍທຸກຖ້ອຍຄຳເວົ້າດ້ວຍສະຫຼະເອີ.

ສຳລັບປູ່ເຍີ ຍ່າເຍີ ແມ່ນໄດ້ຮັບການເຄົາລົບນັບຖື ມາຫຼາຍເຊັ່ນຄົນ, ປັດຈຸບັນກິດຈະກຳທີ່ກ່ຽວພັນກັບ ປູ່ເຍີ ຍ່າເຍີ ຫຼື ຫໍເທວະດາຫຼວງ ຄອບ ຄົວ ພົງສະຫັວນ ໄດ້ນຳພາລູກຫຼານ ແລະປະຊາຊົນບັນດາເຜົ່າ ພ້ອມກັນອານຸລັກວັດທະນະທຳ ການເຊື່ອຖືນີ້ມາໂດຍຕະຫຼອດ, ພໍຮອດປີໃໝ່ລາວທຸກປີ ໄດ້ມີການທຳພິທີທາງສາສະໜາ ເພື່ອບູຊາແດ່ປູ່ເຍີ ຍ່າເຍີ ດ້ວຍເຂົ້າໜົມ ຂອງຫວານ. ສຳລັບປະເພນີການໄປຕັກນ້ຳທ່ຽງ ຂອງ ປູ່ເຍີ ຍ່າເຍີ ໄດ້ມີຂື້ນໃນມື້ສັງຂານລ່ວງຂອງທຸກປີ ພາຍຫຼັງສຳເລັດການຕົບພະທາດຊາຍ ພາຍໃນວັດອາຮາມ ໄດ້ແຫ່ຂະບວນອອກຈາກຫໍເທວະດາຫຼວງ ວັດອາຮາມ ໄປຕາມເສັ້ນທາງແຕ່ບ້ານວີຊຸນ ຫາບ້ານໝື່ນນາ ແລ້ວລົງໄປຫາທ່ານ້ຳຄານ ເພື່ອຕັກເອົານ້ຳທ່ຽງ ແລ້ວແຫ່ກັບຄືນສູ່ຫໍ,

ນອກຈາກການຕັກນ້ຳທ່ຽງ ປູເຍີ-ຍ່າເຍີ ແລະສິງແກ້ວ-ສິງຄໍາ ຈະເຂົ້າຮ່ວມຂະບວນແຫ່ຫວໍ່ ຈາກວັດມະຫາທາດ ເຖິງ ວັດຊຽງທອງ ໃນມື້ສັງຂານເນົາ ແລະແຫ່ກັບຄືນ ຈາກວັດຊຽງທອງ ຫາ ວັດມະຫາທາດ ໃນມື້ສັງຂານຂື້ນ, ພ້ອມນັ້ນ ຈະເຂົ້າຮ່ວມພິທີ ຫົດສົງອົງພຣະບາງ ໃນມື້ອັງເຊີນລົງຫົດສົງ ແລະຕອນແລງ ຈະມີພິທີຟ້ອນລຳຖວາຍພຣະເຈົ້າອົງຫຼວງວັດວິຊຸນນະຣາຊ, ຕອນບ່າຍວັນທີ 18 ເມສາ ຈະມີພິທີສູດປະ ຣິດຕະມຸງຄຸນ ຖວາຍ ປູ່ເຍີ-ຍ່າເຍີ ແລະສິງແກ້ວ-ສິງຄໍາ, ຟ້ອນລຳຖວາຍ ພຣະທາດປາກເຂັດ ພຣະທາດປາກຍຳ ແລະພຣະທາດຄຳໄຂ ພາຍຫຼັງສຳເລັດ ອັນເຊີນເຂົ້າຮ່ວມຫີບ ເກັບຮັກສາໄວ້ ພາຍໃນວັດອາຮາມ ອຸຕຸມະຣາຊະທານີ ຕາມເດີມ.
ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ