ໂຄງການແກມຊີວ ຍົກລະດັບຄວາມຮູ້ການເປັນຄູຝຶກ ການລາຍງານຂ່າວບັນຫາສີຂຽວ ຊຸດທຳອິດ ປີ 2026

ໂຄງການແກມຊີວ ຂອງອົງການແຄຣ໌ນານາຊາດ ປະຈຳລາວ ໄດ້ຈັດຊຸດຝຶກອົບຮົມຄູຝຶກ ໃນຫົວຂໍ້ການລາຍງານຂ່າວບັນຫາສີຂຽວ (ບັນຫາສິ່ງແວດລ້ອມ) ປະຈໍາປີ 2026, ໃນວັນທີ 27-30 ເມສາ 2026 ນີ້, ຢູ່ທີ່ໂຮງ ແຮມຄຣາວພລາຊ່າ, ນະຄອນຫຼວງວຽງຈັນ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງຫຼໍ່ ດວງສະຫວັນ ທີ່ປຶກສາໂຄງ ການເເກມຊິວ, ຄະນະບໍລິຫານງານຂອງສະມາຄົມນັກຂ່າວລາວ, ອະດີດ ຜູ້ອໍານວຍການໃຫຍ່ ໜັງສືພິມພາສາຕ່າງ ປະເທດ, ທ່ານ ນາງ ແກ້ວປາລິນາ ວົງໂພສີ ຜູ້ອຳນວຍການຝ່າຍບໍລິຫານ ແລະ ການເງິນ, ອົງການແຄຣ໌ ປະຈຳລາວ, ມີວິທະຍາກອນທີ່ເປັນຊ່ຽວຊານຈາກຕ່າງປະເທດ, ສຳມະນາກອນຈາກນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ 4 ທ່ານ, ຈໍາປາສັກ 1 ທ່ານ ແລະ ແຂວງສາລະວັນ 1 ທ່ານ ພ້ອມດ້ວຍພະນັກງານຂອງໂຄງການແກມຊີວ ເຂົ້າຮ່ວມ ທັງໝົດ 17 ທ່ານ, ຍິງ 8 ທ່ານ.



ທ່ານ ທອງຫຼໍ່ ດວງສະຫວັນ ໄດ້ກ່າວໄຂຊຸດຝຶກອົບຮົມຄັ້ງນີ້ວ່າ: ພາຍໃຕ້ ໂຄງການສ້າງຄວາມເຂັ້ມແຂງໃຫ້ສື່ມວນຊົນ ໂດຍມີສ່ວນຮ່ວມຂອງອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອການພັດທະນາສີຂຽວ ໃນ ສປປ ລາວ ຫຼື GAMCIL ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະເຮັດໃຫ້ສື່ມວນຊົນ ໄດ້ກາຍເປັນຄູຝຶກ, ມີທັກສະທີ່ດີໃນການຖ່າຍທອດຄວາມຮູ້ ເພື່ອສົ່ງຕໍ່ບົດຮຽນໃຫ້ແກ່ເພື່ອນຮ່ວມງານ ໂດຍສະເພາະເນື້ອໃນການລາຍງານຂ່າວ “ບັນຫາສີຂຽວ” ຫຼື ບັນຫາສິ່ງແວດລ້ອມ ທີ່ນໍາມາສະເໜີໃຫ້ມີຄວາມສົນໃຈ, ສັ້ນກະທັດຮັດ ແລະ ເຂົ້າເຖິງກຸ່ມເປົ້າໝາຍ, ໂດຍສະເພາະແມ່ນຜູ້ອ່ານ-ຜູ້ຊົມຜ່ານສື່ສັງຄົມອອນລາຍ ໄດ້ຢ່າງມີປະສິດທິພາບ, ຮູ້ໝູນໃຊ້ບົດ ຮຽນດັ່ງກ່າວ ນໍາໄປຜະລິດຂ່າວ, ບົດຄວາມ ຫຼື ແນວຄິດສ້າງສັນ ເຜີຍແຜ່ຜ່ານສື່ປະເພດຕ່າງໆ ໃຫ້ກວ້າງຂວາງຫຼາຍຂຶ້ນ. ນອກນັ້ນ, ນັກຂ່າວລາວ ຕ້ອງມີຄວາມສະດຸ້ງໄວ ແລະ ຮູ້ຈັກນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຊັ່ນ: ປັນຍາປະ ດິດ AI ແລະ ເຄື່ອງມືດິຈິຕອນຕ່າງໆ.


ໂອກາດນີ້, ໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ເອົາໃຈໃສ່ຄົ້ນຄວ້າ, ແລກປ່ຽນ ແລະ ຖອດຖອນບົດຮຽນ ເພື່ອນໍາໄປຜັນຂະຫຍາຍໃຫ້ເກີດປະໂຫຍດສູງສຸດແກ່ສັງຄົມ ເພື່ອປະກອບສ່ວນເຂົ້າໃນການພັດທະນາຕາມທິດສີຂຽວ ແລະ ຍືນຍົງ ຂອງປະເທດເຮົາ.


ຊຸດຝຶກອົບຮົມຄັ້ງນີ້ ມີເປົ້າໝາຍຫຼັກ ເພື່ອຍົກລະດັບທັກສະການສ້າງເນື້ອໃນ ແລະ ການວາງແຜນແຄມເປນ, ດ້ານສິ່ງແວດລ້ອມ ໃຫ້ມີຄວາມໂດດເດັ່ນ ແລະ ໜ້າສົນໃຈ, ສ້າງໃຫ້ຜູ້ເຂົ້າຮ່ວມກາຍເປັນຄູຝຶກ ທີ່ມີຄຸນນະ ພາບ ແລະ ພ້ອມທີ່ຈະສົ່ງຕໍ່ບົດຮຽນ, ເຊີ່ງໄດ້ລົງເລີກໃນດ້ານເນື້ອໃນ ໜ້າທີ່, ບົດບາດຂອງການເປັນຄູຝຶກ, ເຕັກນິກວິທີການສົ່ງຕໍ່ຄວາມຮູ້, ການສິດສອນ ທີ່ເນັ້ນໃຫ້ຜູ້ເຂົ້າຮ່ວມມີສ່ວນຮ່ວມຫຼາຍຂຶ້ນ, ໄດ້ເນັ້ນໃຫ້ສໍາມະນາກອນ ປະ ຕິບັດຕົວຈິງ ເປັນສ່ວນໃຫຍ່ ໂດຍມີວິທີການເຮັດໃຫ້ຜູ້ເຂົ້າຮ່ວມໄດ້ປະກອບຄຳຄິດເຫັນ, ແລກປ່ຽນບົດຮຽນ, ການຖາມ-ຕອບ ແລະ ການສ້າງກິດຈະກຳຜ່ອນຄາຍ, ທັງຈະໄດ້ຮຽນຮູ້ການສ້າງບົດສອນ, ການຕິດຕາມສັງເກດຜູ້ເຂົ້າຮ່ວມ, ວິທີການຄວບຄຸມ, ການເຮັດວຽກເປັນກຸ່ມ ແລະ ວິທີການປະເມີນກ່ອນ-ຫຼັງ.

ຂ່າວ: ຄະນະໂຄສະນາອົບຮົມແຂວງຫຼວງພະບາງ