ໂຄງການແກມຊີວ ຍົກລະດັບຄວາມຮູ້ການເປັນນັກຂ່າວ ລາຍງານຂ່າວບັນຫາສີຂຽວ ປີ 2026

ໂຄງການແກມຊີວ ຂອງອົງການແຄຣ໌ນານາຊາດ ປະຈຳລາວ ໄດ້ຈັດຊຸດຝຶກອົບຮົມນັກຂ່າວ ໃນຫົວຂໍ້ “ການລາຍງານຂ່າວບັນຫາສີຂຽວ” (ບັນຫາສິ່ງແວດລ້ອມ) ປະຈໍາປີ 2026, ໃນວັນທີ 04-08 ພືດສະພາ 2026 ນີ້, ຢູ່ທີ່ໂຮງແຮມຊະນະແກ້ວ ບູຕິກ, ນະຄອນຫຼວງພະບາງ, ແຂວງຫຼວງພະບາງ, ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ຄອນສະຫວັນ ຮາຊມຸນຕຣີ ປະທານສະມາຄົມນັກຂ່າວແຫ່ງ ສປປລາວ, ອະດີດຮອງລັດຖະມົນຕີ ກະຊວງວັດທະນະທຳ ແລະ ການທ່ອງທ່ຽວ, ທ່ານ ບຸນເພັງ ທຳມະວົງ ຫົວໜ້າຜູ້ຈັດແຜນງານອະວຸໂສ, ອົງການແຄຣ໌ນານາຊາດ ປະຈຳລາວ, ທ່ານ ບຸນໄຫຼ ດວງເດືອນ ຮອງຫົວໜ້າ ຄະນະໂຄສະນາອົບຮົມແຂວງຫຼວງພະບາງ ຕາງໜ້າຜູ້ປະສານງານໂຄງການຂັ້ນແຂວງ, ທ່ານ ທອງຫຼໍ່ ດວງສະຫວັນ, ຄະນະບໍລິຫານງານ ສະມາຄົມນັກຂ່າວແຫ່ງ ສປປ ລາວ, ອະດີດຜູ້ອຳນວນການໃຫຍ່ ໜັງສືພິມພາສາຕ່າງປະເທດ, ທ່ານ ວໍລະສັກ ປຣະວົງວຽງຄໍາ ຄະນະບໍລະຫານງານ ສະມາຄົມນັກຂ່າວເເຫ່ງ ສປປ ລາວ, ອະດີດ ຮອງຜູ້ອໍານວຍການໃຫຍ່ ວິທະຍຸກະຈາຍສຽງເເຫ່ງຊາດລາວ, ທ່ານ ນາງ ບົວຄໍາ ດວງປັນຍາ, ຫົວໜ້າໂຄງການເເກມຊິວ, ອົງການແຄຣ໌ນານາຊາດ ປະຈໍາ ສປປ ລາວ, ທ່ານ ບຸນທອງ ກອງມະນີ ຫົວໜ້າຝ່າຍການຕະຫຼາດ ໜັງ ສືພິມພາສາຕ່າງປະເທດ, ທ່ານ ຄາຍເຈມ ຊ່ຽວຊານດ້ານການສ້າງຫຼັກສູດຂອງໂຄງການ ເເລະ ການເປັນຄູຝຶກ, ທ່ານ ວັນທະນາ ກຸນນະວັນ ຜູ້ຊ່ວຍຊ່ຽວຊານດ້ານການສ້າງຫຼັກສູດຂອງໂຄງການ ເເລະ ການເປັນຄູຝຶກ. ເຊິ່ງມີການຝຶກອົບຮົມແບບເຊິ່ງໜ້າ ແລະ ແບບອອນລາຍ ໃນນັ້ນແບບເຊິ່ງໜ້າມີນັກຂ່າວ 8 ແຂວງພາກເໜືອ: 26 ທ່ານ, ຍິງ 6 ທ່ານ, ແບບອອນລາຍ 4 ແຂວງ ພາກກາງ 24 ທ່ານ, ຍິງ 13 ທ່ານ, 6 ແຂວງ ພາກໃຕ້ 24 ທ່ານ, ຍິງ 16 ທ່ານ ພ້ອມດ້ວຍພະນັກງານ ຂອງໂຄງການແກມຊີວ ເຂົ້າຮ່ວມ ທັງໝົດ 74 ທ່ານ, ຍິງ 35 ທ່ານ.


ຈຸດປະສົງຫຼັກ ຂອງໂຄງການ ແມ່ນເພື່ອແກ້ໄຂຊ່ອງວ່າງທາງດ້ານຄວາມຮູ້ທາງສື່ສັງຄົມ, ປັງປຸງການຮູ້ທາງດ້ານສື່ດີຈີຕອນ ແລະ ຫຼຸດຜ່ອນຄວາມສ່ຽງ ຂອງ “ຂ່າວປອມ” ໂດຍການເສີມສ້າງຂີດຄວາມສາມາດຂອງນັກຂ່າວລາວ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງພະບາງ, ແຂວງຈຳປາສັກ ແລະ ທົ່ວປະເທດ. ເພື່ອເພີ່ມທະວີຄວາມຮູ້ກ່ຽວກັບບັນຫາສີຂຽວ ແລະ ການປ່ຽນແປງດິນຟ້າອາກາດໃນເຂດຊົນນະບົດ ແລະ ຕົວເມືອງໃຫຍ່ຂອງ ສປປ ລາວ. ນອກນີ້ ຍັງໄດ້ເນັ້ນທັກສະກ່ຽວກັບການສ້າງເນື້ອໃນຜ່ານສື່ອອນລາຍແບບໃໝ່, ການນຳໃຊ້ເຕັກໂນໂລຊີ ເຂົ້າຊ່ວຍໃນການຜະລິດຂ່າວ, ການຕັດຕໍ່ ແລະ ບົດບາດຍິງຊາຍ ທີ່ເນັ້ນໜັກກ່ຽວກັບການລາຍງານຂ່າວບັນຫາສີຂຽວ ຫຼື ທີ່ເຮົາເອີ້ນກັນວ່າ: ບັນຫາສິ່ງແວດລ້ອມ ແລະ ປູກຈິດສຳນຶກໃຫ້ສັງຄົມປະກອບສ່ວນປົກປັກຮັກສາສິ່ງແວດ ລ້ອມ. ເພື່ອໃຫ້ບັນລຸຕາມເປົ້າໝາຍທີ່ກ່າວມານັ້ນ, ໂຄງການຈະສຸມໃສ່ 2 ຜົນໄດ້ຮັບຫຼັກ: 1) ສື່ມວນຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ລົງທະບຽນຖືກຕ້ອງຕາມກົດໝາຍ ສປປ ລາວ ຈະໄດ້ຮັບການຍົກລະດັບທັກສະດ້ານວິຊາຊີບ ລວມທັງການນຳໃຊ້ເຕັກໂນໂລຊີແບບດີຈີຕອນ ແລະ ແບບໃໝ່ ເພື່ອໃຫ້ປະຊາຊົນໄດ້ຮັບຂໍ້ມູນຂ່າວສານທີ່ມີຄຸນນະພາບ ໂດຍຜ່ານການລາຍງານທີ່ມີຄວາມຮັບຜິດຊອບ ແລະ ເປັນອາຊີບ ກ່ຽວກັບການພັດທະນາສີຂຽວ. (ມີ 8 ກິດຈະກຳຍ່ອຍ); 2) ອົງການຈັດຕັ້ງພາກສັງຄົມທີ່ກ່ຽວຂ້ອງກັບການພັດທະນາສີຂຽວ, ຜູ້ນຳໃຊ້ສື່ສັງຄົມອອນລາຍທົ່ວໄປ, ຜູ້ສ້າງວີດີໂອ ແລະ ຮູບເງົາ ໄດ້ຍົກລະດັບຄວາມຮູ້ ແລະ ຄວາມສາມາດ ຂອງຕົນເອງໃນການປະກອບ ສ່ວນສ້າງນະໂຍບາຍ, ຕິດຕາມ ແລະ ຊຸກຍູ້ ວຽກງານການພັດທະນາສີຂຽວ ທີ່ມີຜົນກະທົບຕໍ່ຊຸມຊົນ. ລວມທັງການນຳໃຊ້ເຕັກໂນໂລຊີດີຈີຕອນ ແລະ ສື່ແບບໃໝ່ຢ່າງສ້າງສັນ. (ມີ 5 ກິດຈະກໍາຍ່ອຍ) ເຊິ່ງກອງປະຊຸມໃນເທື່ອນີ້ກໍ່ນອນຢູ່ໃນຜົນຄາດຫວັງທີ 2 ນີ້. ຄາດໝາຍສູ້ສົນຂອງໂຄງການໃຫ້ເຂົ້າເຖີງຜູ້ໄດ້ຮັບຜົນປະໂຫຍດ ທາງກົງ 6,155 ຄົນ ແລະ ທາງອ້ອມ 10,000 ຄົນ. ນອກຈາກນັ້ນ ກໍ່ຈະມີການຈັດທັດສະນະສຶກສາ ທີ່ຈະນໍາພາບັນດາຜູ້ເຂົ້າຮ່ວມຮຽນຮູ້ ແລະ ເກັບກຳຂ່າວຕົວຈິງ ກ່ຽວກັບບັນຫາສິ່ງແວດລ້ອມ, ການປະກວດຂຽນຂ່າວ, ການປະຊຸມສຳມະນາທັງພາຍໃນ ແລະ ຕ່າງປະເທດ ແລະ ອື່ນໆ.


ຂ່າວ: ຄະນະໂຄສະນາອົບຮົມແຂວງ.