ພິທີປະກາດສ້າງຕັ້ງຕາແສງຊຽງທອງ ເປັນຕາແສງທຳອິດຂອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ

ໃນວັນທີ 28 ພຶດສະພາ 2026, ຢູ່ສະໂມສອນ ນະຄອນ ຫຼວງພະບາງ (ບ້ານຄອຍ) ໄດ້ຈັດພິທີປະກາດສ້າງຕັ້ງຕາ ແສງຊຽງທອງ ຢ່າງເປັນທາງການ, ເຊິ່ງຖືເປັນຕາແສງທຳອິດຂອງນະຄອນ ຫຼວງພະບາງ ແຂວງຫຼວງພະບາງ ໃຫ້ກຽດເຂົ້າຮ່ວມພິທີມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະບໍລິຫານງານພັກແຂວງ, ປະທານສະພາປະຊາຊົນແຂວງຫຼວງພະບາງ; ທ່ານ ປອ. ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ; ບັນດາຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ພະ ແນກການອ້ອມຂ້າງແຂວງ, ປະທານ-ຮອງປະທານຄະນະກຳມະການປົກຄອງ 11 ເມືອງ, ຕະຫຼອດຮອດຄະນະປະຈຳພັກເມືອງ, ກຳມະ ການພັກເມືອງ, ຫົວໜ້າຫ້ອງການອ້ອມຂ້າງນະຄອນ ແລະບັນດາທ່ານນາຍບ້ານພາຍໃນນະຄອນຫຼວງພະບາງ ເຂົ້າຮ່ວມ.

ໃນພິທີ, ຜູ້ເຂົ້າຮ່ວມໄດ້ຮັບຊົມການສະແດງ ສິລະປະວັນນະຄະດີ ຈາກນັກຮຽນ ແລະ ຊຸມຊົນ ເພື່ອເປັນການຕ້ອນ ຮັບພິທີປະກາດຕາແສງຄັ້ງນີ້ , ເປັນຕົ້ນແມ່ນບົດຟ້ອນ “ສະບາຍດີຫຼວງພະບາງ”, ບົດຟ້ອນ “ສາວຜານົມຕ່ຳແຜ່ນ” ຈາກບ້ານຜານົມ ແລະ ການສະແດງຂັບສະລາມສາມຊ້າວ-ຂັບທຸ້ມຫຼວງພະບາງ ຈາກໂຮງຮຽນພັນຫຼວງ. ຈາກນັ້ນ, ທ່ານ ສະເຫວີຍ ສີລາວັນ ປະທານຄະນະກຳມະການປົກຄອງນະຄອນ ຫຼວງພະບາງ ໄດ້ຂຶ້ນຜ່ານບົດລາຍງານການກະກຽມຄວາມພ້ອມໃນການສ້າງຕັ້ງຕາ ແສງຊຽງທອງ. ເຊິ່ງຕາແສງຊຽງທອງ ປະກອບມີ 30 ບ້ານ, ມີເນື້ອທີ່ 1,788.96 ເຮັກຕາ ແລະ ມີພົນລະເມືອງທັງໝົດ 23,273 ຄົນ. ໃນພິທີ, ຄະນະຈັດຕັ້ງໄດ້ຂຶ້ນຜ່ານມະຕິຕົກລົງຂອງຄະນະປະຈຳພັກນະຄອນ ວ່າດ້ວຍການອະນຸມັດແຕ່ງຕັ້ງຄະນະບໍລິຫານງານພັກຮາກຖານຕາແສງຊຽງທອງ 9 ທ່ານ ແລະຜ່ານຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງນະຄອນ ຫຼວງພະບາງ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ ແລະຄະນະກຳມະການປົກຄອງຕາແສງ,ໃນນີ້ປະກອບມີທ່ານ ນາງ ແສງທອງ ລາທິພົງ ເປັນເລຂາພັກຮາກຖານ ທັງເປັນປະທານຄະນະກໍາມະການ ປົກຄອງຕາແສງຊຽງທອງ, ທ່ານ ມະນີວັນ ບົວສະຫວັນ ເປັນຮອງເລຂາ ເປັນຮອງປະທານຄະນະກໍາມະການປົກຄອງຕາແສງຊຽງທອງ, ທ່ານ ນາງ ຂັນແກ້ວ ພົງສະຫວັດ ເປັນກຳມະການພັກ ເປັນປະທານກວດກາພັກ ທັງເປັນຮອງປະທານຄະນະກໍາມະການປົກຄອງຕາແສງ . ທ່ານ ຄໍາຕັນ ພວງສະຫວັດ ເປັນກຳມະການພັກທ່ານ ແສງຈັນ ເພຍສາຂາ ເປັນກຳມະການພັກ. ທ່ານ ທອງລາ ເດເຈີ່ຊົ່ວວື່ ກໍາມະການພັກ ທັງເປັນຮອງປະທານກວດກາພັກ,ທ່ານ ພັນໂທ ອຸ່ນເຮືອນ ດາລາວົງ ກໍາມະການພັກ,ທ່ານ ສົມນຶກ ຈະເລີນຜົນ ກໍາມະການພັກ ແລະທ່ານ ນາງ ສຸກສາຄອນ ດາວົງ ເປັນກໍາມະການພັກ ຕາແສງຊຽງທອງ.

ຈາກນັ້ນ ທ່ານ ບຸນເລື່ອມ ມະນີວົງ ເລຂາພັກແຂວງ ແລະທ່ານ ບຸນເຫຼືອ ສິນໄຊວໍຣະວົງ ປະທານຄະນະກຳມະການປົກຄອງແຂວງ ໃຫ້ກຽດພັດປ່ຽນກັນມອບມະຕິ ແລະຂໍ້ຕົກລົງດັ່ງກ່າວໃຫ້ແກ່ຜູ້ທີໄດ້ຮັບການແຕ່ງຕັ້ງໃໝ່ຢ່າງສົມເກຽດ ພ້ອມດຽວນີ້ ຍັງໄດ້ຜ່ານຂໍ້ຕົກລົງ ຂອງປະທານຄະນະກໍາມະການປົກຄອງນະຄອນ ວ່າດ້ວຍການແຕ່ງຕັ້ງ ຜູ້ຮັບຜິດຊອບວຽກງານ ແລະຜູ້ຊ່ວຍວຽກ 5 ໜ່ວຍງານ, ໜ່ວຍງານລະ 2 ທ່ານ, ທີ່ປະຈໍາໃນສໍານັກງານຕາແສງ ຕື່ມອີກ.

ໃນຕອນທ້າຍຂອງພິທີ, ປະທານໄດ້ໃຫ້ການ ໂອ້ລົມ ພ້ອມທັງໃຫ້ທິດຊີ້ນຳອັນມີເນື້ອໃນໜັກແໜ້ນ, ເຊິ່ງທ່ານໄດ້ເນັ້ນໃຫ້ຄະນະພັກ, ອົງການປົກຄອງຕາແສງຊຽງທອງ ຈົ່ງເອົາໃຈໃສ່ຜັນຂະຫຍາຍນິຕິກຳ, ເພີ່ມທະວີຄວາມຮັບຜິດຊອບໃນການບໍລິຫານລັດ-ເພື່ອເຮັດໃຫ້ປະຊາຊົນເຂົ້າເຖິງການບໍລິການຂອງລັດໄດ້ຢ່າງສະດວກ, ວ່ອງໄວ ແລະ ໂປ່ງໃສ.
ພາຍຫຼັງສິ້ນສຸດພິທີຢູ່ສະໂມສອນແລ້ວ, ບັນດາທ່ານການນໍາພັກ-ລັດຂັ້ນແຂວງ, ຂັ້ນນະຄອນ ແລະ ອົງການປົກຄອງບ້ານ ໄດ້ເດີນທາງໄປທີ່ສຳນັກງານປົກຄອງຕາແສງຊຽງທອງ (ເຊິ່ງຕັ້ງຢູ່ຫ້ອງການ ບ້ານຜານົມ) ເພື່ອຮ່ວມກັນເປີດປ້າຍສຳນັກງານຢ່າງເປັນທາງການ ພ້ອມທັງໄດ້ໃຫ້ກຽດລັ່ນຂ້ອງ 9 ບາດ ເພື່ອເປັນສິລິມຸງຄຸນ ແລະ ເປັນຂີດໝາຍແຫ່ງການເປີດສຳນັກງານຄະນະກຳມະການປົກຄອງຕາແສງຊຽງທອງ ຢ່າງເປັນທາງການນັບແຕ່ວັນນີ້ເປັນຕົ້ນໄປ.

ຄະນະໂຄສະນາອົບຮົມແຂວງ ຫຼວງພະບາງ