ສະມາຊິກສະພາປະຊາຊົນແຂວງຫຼວງພະບາງ ປະຈຳເຂດເລືອກຕັ້ງເມືອງງອຍ
ລົງເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V


ວັນທີ 22-24 ມິຖຸນາ 2026 ຜ່ານມານີ້, ທ່ານ ທອງຈັນ ລັດຕະນະປະດິດ, ກຳມະການພັກແຂວງ, ສະມາຊິກສະພາປະຊາຊົນແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍທີມງານລົງເຄື່ອນໄຫວເຜີຍແຜ່ຜົນສຳເລັດກອງປະຊຸມຄັ້ງປະຖົມມະລຶກ ຂອງສະພາປະຊາຊົນແຂວງຫຼວງພະບາງ ຊຸດທີ V ໃຫ້ແກ່ປະຊາຊົນບັນດາເຜົ່າຢູ່ເມືອງງອຍ, ແຂວງຫຼວງພະບາງ.
ການລົງເຜີຍແຜ່ໃນຄັ້ງນີ້ ໄດ້ດຳເນີນໄປຢູ່ 5 ບ້ານເປົ້າໝາຍ ຄື: ບ້ານຫາດຜາງ, ບ້ານຫາດຄີບ, ບ້ານປາກງາ, ບ້ານເມືອງຊື່ນ ແລະ ບ້ານດອນເງິນ ມີອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນເຂົ້າຮ່ວມຮັບຟັງທັງໝົດ 190 ທ່ານ, ຍິງ 95 ທ່ານ.

ໃນພິທີ ທ່ານ ໄດ້ກ່າວຈຸດປະສົງ ຂອງການລົງເຄື່ອນໄຫວ ແມ່ນເພື່ອເຮັດໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບເນື້ອໃນຈິດໃຈຂອງບັນດານິຕິກຳ, ກົດໝາຍ ແລະ ຜົນສຳເລັດທີ່ສຳຄັນຂອງກອງປະຊຸມຄັ້ງປະ ຖົມມະລຶກ ຂອງສະພາປະຊາຊົນແຂວງ ຊຸດທີ V ທີ່ຫາກໍ່ປິດລົງ, ເປັນຕົ້ນແມ່ນການເລືອກຕັ້ງບຸກຄະລາກອນການນຳຂອງສະພາ ແລະ ອົງການປົກຄອງແຂວງ, ການຮັບຮອງເອົາບັນດານິຕິກຳທີ່ສຳຄັນ ລວມທັງທິດທາງແຜນການ ເຄື່ອນໄຫວວຽກງານຂອງສະພາປະຊາຊົນແຂວງ ໃນໄລຍະຕໍ່ໜ້າ ເພື່ອພ້ອມກັນສືບຕໍ່ພັດທະນາເສດຖະກິດ-ສັງຄົມ ພາຍໃນແຂວງໃຫ້ມີຄວາມເຂັ້ມແຂງ ແລະ ຍືນຍົງ.

ຈາກນັ້ນ, ທ່ານ ຍັງໄດ້ເປີດໂອກາດໃຫ້ປະຊາຊົນໄດ້ສະແດງຄຳຄິດຄຳເຫັນ, ສະເໜີບັນຫາປະກົດການຫຍໍ້ທໍ້ຕ່າງໆທີ່ເກີດຂຶ້ນຢູ່ຮາກຖານ, ລວມເຖິງຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການດຳລົງຊີວິດ ແລະ ການພັດທະນາເສດຖະກິດ-ສັງຄົມໃນທ້ອງຖິ່ນ ບັນດາຄຳສະເໜີ ແລະ ຄຳຄິດຄຳເຫັນທີ່ໄດ້ຮັບຈາກປະຊາຊົນໃນຄັ້ງນີ້, ສະມາຊິກສະພາປະຊາຊົນແຂວງ ຈະໄດ້ນຳໄປສັງລວມ ແລະ ນຳສະເໜີຕໍ່ກອງປະຊຸມສະພາປະຊາຊົນແຂວງໃນຄັ້ງຕໍ່ໄປ ເພື່ອຊອກຫາວິທີທາງແກ້ໄຂ ແລະ ປັບປຸງວຽກງານຕ່າງໆໃຫ້ມີປະສິດທິຜົນ, ຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງປະຊາຊົນຢ່າງແທ້ຈິງ.
ໃນຕອນທ້າຍ, ທ່ານຍັງໄດ້ເນັ້ນໜັກໃຫ້ອົງການປົກຄອງບ້ານຕະຫຼອດຮອດພໍ່ແມ່ປະຊາຊົນທີ່ເຂົ້າຮ່ວມ ນຳເອົາເນື້ອໃນຈິດໃຈຂອງການເຜີຍແຜ່ດັ່ງກ່າວ ໄປຈັດຕັ້ງຜັນຂະຫຍາຍເຂົ້າໃນວຽກງານຕົວຈິງ ຢູ່ທ້ອງຖິ່ນຂອງຕົນ ໃຫ້ເກີດດອກອອກຜົນ, ສືບຕໍ່ເອົາໃຈໃສ່ໃນການຕິດຕາມກວດກາການຈັດຕັ້ງປະຕິບັດມະຕິຂອງສະພາປະຊາຊົນແຂວງ ໃຫ້ມີປະສິດທິຜົນສູງສຸດ.

ຂຽນໂດຍ: ທ. ສຸດທະວີໄຫວ ມີທະວົງ, ຄະນະໂຄສະນາອົບຮົມແຂວງ
ກວດແກ້: ທ. ບຸນທະວີ ສົມມະນີ, ຄະນະໂຄສະນາອົບຮົມແຂວງ