ປະກາດຮັບຮອງສ້າງຕັ້ງຕາແສງທຳອິດ ຂອງເມືອງນ້ຳບາກ

ປະກາດຮັບຮອງສ້າງຕັ້ງຕາແສງທຳອິດ ຂອງເມືອງນ້ຳບາກ

ວັນທີ 2 ກໍລະກົດ 2026 ນີ້ ໄດ້ເປີດພິທີປະກາດສ້າງຕັ້ງຕາແສງ ສີວິໄລ ເປັນຕາແສງທຳອີດຂອງເມືອງນໍ້າບາກ ຂື້ນຢ່າງເປັນທາງການ ຢູ່ຫ້ອງປະຊຸມຕາແສງດັ່ງກ່າວ. ພາຍໃຕ້ການເປັນປະທານຂອງທ່ານ ບຸນເຫຼືອ ສິນໄຊວໍ ຣະວົງ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ທ່ານ ສົມຫວັງ ພອນຄຳວົງສາ ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ທ່ານ ບຸນທັນ ຈັນທະສັກ ປະທານຄະນະກຳມະການປົກຄອງເມືອງມີຄະນະປະຈຳ, ຄະນະພັກ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການທຽບເທົ່າ, ລັດວິສາຫະກິດ, ນາຍບ້ານ, ຮອງນາຍບ້ານ 18 ບ້ານທີ່ກັບຕາແສງສີວິໄລເຂົ້າຮວ່ມ.

ກ່ອນເປີດພິທີທາງການໄດ້ຮັບຊົມການສະແດງສີລະປະທີ່ເປັນເອກະລັກຂອງບັນດາເຜົ່າ ເພື່ອເປັນການຕ້ອນຮັບພິທີສ້າງຕັ້ງຕາແສງ. ພິທີໄດ້ຜ່ານບົດລາຍງານການກະກຽມສ້າງຕັ້ງຕາແສງ ແລະ ຈຸດທີ່ຕັ້ງສຳນັກງານ ຢູ່ບ້ານນ້ຳຖວ້ມໃຕ້ ຫ່າງຈາກເທດສະບານເມືອງ 22 ກິໂລແມັດ, ມີເນື້ອທີ່ທັງໝົດ 31,149 ເຮັກຕ່າ, ພົນລະເມືອງ 29,232 ຄົນ, ມີ 18 ບ້ານຂື້ນກັບ, ປະກອບມີ 23 ໜວ່ຍພັກ, ມີສະມາຊິກພັກທັງໝົດ 591 ສະຫາຍ, ຍິງ 119 ສະ ຫາຍ, ພິທີຍັງໄດ້ຜ່ານມະຕິຕົກລົງຂອງຄະນະປະຈຳພັກເມືອງ ວ່າດວ້ຍການອານຸມັດສ້າງຕັ້ງຄະນະບໍລິຫານງານພັກຮາກຖານຕາແສງສີວິໄລ, ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງແຂວງ ວ່າດວ້ຍການສ້າງຕັ້ງຕາແສງ,  ມະ ຕິຕົກລົງຂອງເລຂາພັກເມືອງ ວ່າດວ້ຍການແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ກຳມະການອົງຄະນະພັກຕາແສງສີວິໄລ, ຂໍ້ຕົກລົງຂອງປະທານຄະນະກຳມະການປົກຄອງເມືອງ ວ່າດວ້ຍການແຕ່ງຕັ້ງ ທ່ານ ສົມລົດ ສຸລິຍົງ ເປັນປະ ທານຕາ ແສງ, ທ່ານ ວັນທອງ ບຸນທອງສີ ເປັນຮອງປະທານ, ທ່ານ ພົນ ແສງປັນຍາ ເປັນຮອງປະທານ. ແຕ່ງຕັ້ງຫົວໜ້າໜວ່ຍງານ ແລະ ພະນັກງານຊວ່ຍວຽກ ຂອງຕາແສງສີວິໄລຈຳນວນໜື່ງ. ຈາກນັ້ນປະທານໄດ້ມີຄຳເຫັນ ກ່ອນອື່ນທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ທີ່ທາງເມືອງໄດ້ເອົາໃຈໃສ່ການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການປະກາດຮັບຮອງຕາແສງ ພ້ອມທັງໃຫ້ຮູ້ເຖີງຄວາມໝາຍຄວາມສຳຄັນ, ພາລະບົດບາດ ຂອງການສ້າງຕັ້ງຕາແສງ ເນັ້ນໜັກໃຫ້ຕາແສງທີ່ໄດ້ຮັບການສ້າງຕັ້ງຂື້ນ ເອົາໃຈໃສ່ພັດທະນາ, ຕິດຕາມ, ຊຸກຍູ້ປະຊາຊົນ ດ້ານຕ່າງໆໃຫ້ມີຢູ່ມີກິນ ພັດທະນາຕາແສງຂອງຕົນໃຫ້ມີຄວາມສີວິໄລ. ຈາກນັ້ນປະທານພິທີ ແລະ ແຂກທຸກພາກສວ່ນໄດ້ພ້ອມກັນເປີດປ້າຍສຳນັກງານຕາແສງ, ພ້ອມທັງລັ່ນຄ້ອງ 9 ບາດ ເພື່ອຮັບຮອງຕາສີວິໄລຢ່າງເປັນທາງການ.

ຂ່າວ: ຄະນະໂຄສະນາອົບຮົມເມືອງນ້ຳບາກ

ກວດແກ້: ຄະນະໂຄສະນາອົບຮົມແຂວງ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa